ວິ​ສາ​ຫະ​ກິດ​ຍົກ​ສູງ​ນ້ຳ​ໃຈ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງຈິດໃຈຂອງຄະນະກຳມະການປະຊາຊົນນະຄອນ ທີ່ໄດ້ສ້າງໂຮງໝໍພະຍາດຫາຍໃຈໂດຍກະທັນຫັນ 250 ຕຽງ.
 ວິ​ສາ​ຫະ​ກິດ​ຍົກ​ສູງ​ນ້ຳ​ໃຈ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19  - ảnh 1 ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ເປັນປະທານການເຮັດວຽກ (ພາບ: hanoimoi.com.vn)

        ຕອນເຊົ້າວັນທີ 24 ມີນາ, ທີ່ການພົບປະ ແລະ ເຮັດກັບວິສາຫະກິດໃນບໍລິເວນນະຄອນຫຼວງນັບຮ້ອຍແຫ່ງ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃນສະພາບໂລກລະບາດ ໂຄວິດ - 19, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງຈິດໃຈຂອງຄະນະກຳມະການປະຊາຊົນນະຄອນ ທີ່ໄດ້ສ້າງໂຮງໝໍພະຍາດຫາຍໃຈໂດຍກະທັນຫັນ 250 ຕຽງ. ບໍລິສັດໃຫຍ່ລົງທຶນ ແລະ ພັດທະນາພື້ນຖານໂຄລ່າງ UDIC ໄດ້ຂົນຂວາຍກຳມະກອນ ແຕ່ 200 – 400 ຄົນ ມາເຮັດວຽກທັງເວນທັງຄືນ ແລະ ພາຍຫຼັງ 1 ອາທິດ ໄດ້ກໍ່ສ້າງສຳເລັດ; ທາງຫົວໜ່ວຍດັ່ງກ່າວກຳລັງມອບໃຫ້ພະແນກສາທາລະນະສຸກຮ່າໂນ້ຍ ເພື່ອຕິດຕັ້ງອຸປະກອນການແພດ ແລະ ກະກຽມນຳເຂົ້າໃຊ້ງານ.

        ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ກໍຮຽກຮ້ອງໃຫ້ບັນດາວິສາຫະກິດກໍ່ສ້າງໃນບໍລິເວນນະຄອນ ຈົ່ງຍົກສູງນ້ຳໃຈປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19, ເຂົ້າຮ່ວມການກໍ່ສ້າງບັນດາສະຖານທີ່ແຍກຕົວ, ໂຮງໝໍພະຍາດທາງຫາຍໃຈໂດຍກະທັນຫັນ ເມື່ອນະຄອນມີຄວາມຕ້ອງການໃຫ້ທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ