ພາບປະກອບ:internet
|
(vovworld)- ວັນທີ 2/4, ທະນາຄານ Shoko Chukin ຂອງຍີ່ປຸ່ນ ປະກາດໝາກຜົນສຳຫລວດກວ່າ 3.750 ວິສາຫະກິດຂະຫນາດກາງ ແລະ ນ້ອຍ ຂອງປະເທດນີ້ ໃຫ້ເຫັນວ່າ: ຫວຽດນາມ ສືບຕໍ່ແມ່ນຫນຶ່ງໃນບັນດາສະຖານທີ່ລົງທຶນອັນດູດດື່ມ. ເປັນຫນ້າສົນໃຈ 40,7% ຈຳນວນວິສາຫະກິດດັ່ງກ່າວ ມີແຜນການເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ລົງທຶນໃນອະນາຄົດ. ປະຈຸບັນ ຈີນ ສືບຕໍ່ນຳຫນ້າກ່ຽວກັບສະຖານທີ່ລົງທຶນດູດດື່ມຂອງວິສາຫະກິດຂະຫນາດກາງ ແລະ ນ້ອຍຂອງຍີ່ປຸ່ນ, ຖັດມາແມ່ນ ໄທ 23,4% ແລະ ໄຕ້ຫວັນ ປະເທດຈີນ 15,9%.