ວິສາຫະກິດຕ່າງປະເທດຫຼາຍແຫ່ງລົງທຶນເຂົ້າເຂດເສດຖະກິດສາມຫຼ່ຽມທອງຄຳ
ນັກຂ່າວ VOV ປະຈຳລາວ -  
ພາບປະກອບ
(vovworld) - ຕາມໝາກຜົນການລາຍງານ ຂອງກະຊວງແຜນການ ແລະ ການລົງທຶນລາວ ແລ້ວ, ປະຈຸບັນ, ມີວິສາຫະກິດຕ່າງປະເທດຫຼາຍແຫ່ງ ເຂົ້າມາລົງທຶນຢູ່ເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ. ເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ ນອນໃນເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ເຊິ່ງແມ່ນເຂດນອນໃນແຜນການຍຸດທະສາດພັດທະນາເສດຖະກິດຂອງລັດຖະບານລາວ, ເພື່ອແນໃສ່ດຶງດູດບັນດານັກລົງທຶນຕ່າງປະເທດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ຕາມການສະຖິຕິແລ້ວ, ມາຮອດປະຈຸບັນ, ມີບໍລິສັດຂອງຕ່າງປະເທດປະມານ 20 ແຫ່ງເຂົ້າມາລົງທຶນຢູ່ເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ. ທ່ານ ບຸນມີ ສຸວັນນາລັງສີ, ຫົວໜ້າເຂດເສດຖະກິດພິເສດໃຫ້ຮູ້ວ່າ: ນັບແຕ່ເມື່ອເຂດເສດຖະກິດພິເສດສາມຫຼ່ຽມທອງຄຳໄດ້ຮັບການສ້າງຕັ້ງຂຶ້ນມາຮອດປະຈຸບັນ, ລັດຖະບານລາວ ແລະ ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນຈຳນວນເງິນປະມານ 650 ລ້ານ USD, ພື້ນຖານໂຄງລ່າງໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ ຄື: ລະບົບທາງຄົມມະນາຄົມ, ລະບົບກັນເຈື່ອນ, ຕາໜ່າງໄຟຟ້າ, ນ້ຳສະອາດໄດ້ຮັບການສ້າງສຳເລັດ. ໄປຄຽງຄູ່ກັນນັ້ນ, ເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ ຍັງແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວ. ແຕ່ລະມື້, ມີນັກທ່ອງທ່ຽວຕ່າງປະເທດປະມານ 1.000 ເທື່ອຄົນ ມາຢ້ຽມຢາມເຂດເສດຖະກິດພິເສດນີ້.
ນັກຂ່າວ VOV ປະຈຳລາວ