ວິສາຫະກິດມຸ່ງໄປເຖິງບັນດາສັນຍາການຄ້າໃໝ່

ວິສາຫະກິດມຸ່ງໄປເຖິງບັນດາສັນຍາການຄ້າໃໝ່ - ảnh 1
(ພາບປະກອບ: TTXVN)

(vovworld) – ວິ​ສາ​ຫະກິດ​ມຸ່ງ​ໄປ​ເຖິງ​ບັນດາສັນຍາ​ການ​ຄ້າ​ໃໝ່, ນີ້​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ປະຈຳ​ປີ (VBF) 2014, ຊຶ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 02/12, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​​ໂອກາດ​ດຳ​ເນີນ​ການ​ເຈລະຈາ​ຢ່າງ​​ເປັນ​ທາງ​ການ​ລະຫວ່າງ​ລັດຖະບານ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ຢູ່​ຫວຽດນາມ, ​ເພື່ອ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ສະດວກ, ດຶງ​ດູດ​ການ​ລົງທຶນ ​ແລະ ​ສົ່ງ​ເສີມ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ. ທີ່​ເວທີ​ປາ​ໄສ, ​​ບັນ​ດາຜູ້​ແທນທີ່​ມາ​ຈາກ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ​ແລະ ບັນດາ​ສະຫະສະມາ​ຄົມ​ວິ​ສາ​ຫະກິດຕ່າງປະ​ເທດ​ພ້ອງ​ກັນ​ປຶກສາ​ຫາລື 6 ​ເນື້ອ​ໃນ​ຕົ້ນ​ຕໍ່​ຄື: ບັນຫາ​ໜີ້​ສາທາລະນະ, ໜີ​້ເສຍ​ໃນ​ຂົງ​ເຂດ​ການ​ເງິນ; ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ພັດທະນາ​ພາກ​ເອກະ​ຊົນ…

        ທ່ານ​ນາງ Wendy Werner, ຜູ້ອຳນວຍການ​ພາກສ່ວນ​ການ​ຄ້າ ​ແລະ ​ແກ່ງ​ແຍ່ງ, ​ພາກ​ພື້ນອາຊີ - ປາຊີ​ຟິກ ​​ໄດ້​ຖື​ວ່າ.

        “ຫວຽດນາມ ​ສາ​ມາດ​ກໍ່ສ້າງ​ຖັນ​​ແຖວ​ບັນດາ​ນັກ​​ທຸລະ​ກິດ, ວິ​ສາ​ຫະກິດ​​ລະ​ດັ​ບໂລກ. ​ເຂົາ​ເຈົ້າ​ຈະແມ່ນ​ບັນດາ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ບັນລຸ​ຜົນສຳ​ເລັດ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເປີດ​ບັນດາ​ຕະຫຼາດ​ໃໝ່ ​ແລະ ​ແກ່ງ​ແຍ່ງ​ທີ່ຕະຫຼາດ​ສາກົນ. ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ດັ່ງກ່າວ, ຫວຽດນາມ ຕ້ອງ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຂອງ​ຕົນ ​ຜ່ານ​ການ​ຍົກ​ສູງ​ລັກສະນະ​ກະຈ່າງ​ແຈ້ງ ກໍ່​ຄື​ການ​ຄາດ​ຄະ​ເນ​ລ່ວງ​ໜ້າ. ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ມະຕິ​ເລກທີ 19 ​ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວ​ດລ້ອມ​ແຫ່ງ​ການ​ລົງທຶນ​ແມ່ນ​ບັນດາ​ບາດກ້າວ​ສຳຄັນ​ຍິ່ງ”.

        ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ຮັບ​ຮູ້​ບັນດາ​ຄຳ​ເຫັນ​ຢ່າງ​ແທດ​ຈິງ, ມີ​ລັກສະນະ​ສ້າງສາ​ຂອງ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ, ທ່ານ​ນາຍົກລັດຖະມົນຕີ ​ຖື​ວ່າ ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ລັດຖະບານ ສືບ​ຕໍ່​ຮັບ​ຮອງ, ປັບປຸງ, ​ເພີ່ມ​ເຕີມ, ​ສ້າງສຳ​ເລັດ​ບັນດາ​ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ພັດທະນາ. ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃຫ້​ໄດ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ:

        “ລັດຖະບານ​ຫວຽດນາມ ສຸມ​ໃສ່​ຊີ້​ນຳ​ການ​ຄຸ້ມ​ຄອງ​ເພື່ອ​ສຳ​ເລັດ​ກົນ​ໄກ​ເສດຖະກິດ​ການ​ຕະຫຼາດ. ພວກ​ຂ້າພະ​ເຈົ້າ​ຖື​ນີ້​ແມ່ນ​ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ. ຫວຽດນາມ ສຸມ​ໃສ່​ປະຕິ​ຮູບ​ກົດ​ລະບຽບ​ດ້ານ​ກົດ​ໝາຍ, ລະບຽບ​ການ​ບໍລິຫານ, ພັດທະນາ​ບັນດາ​ຮູບ​ແບບ​ຕະຫຼາດ​ຄື ຕະຫຼາດ​ທຶນ, ຕະຫຼາດ​ເງິນຕາ, ຕະຫຼາດ​ແຮງ​ງານ… ພ້ອມ​ກັນນັ້ນ, ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ເພື່ອ​ໃຫ້​ວິ​ສາ​ຫະກິດ​ພັດທະນາ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ​​ການ​ອອກແຮງ​ງານ, ກຳລັງ​ແກ່ງ​ແຍ່ງ, ປະຕິ​ຮູບ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ. ພວກ​ຂ້າພະ​ເຈົ້າ​ຈະ​ປະຕິບັດ​ລັກສະນະ​ເປີດ​ເຜີຍ ກະຈ່າ​ງ​ແຈ້ງ ຕາມ​ທິດ​ເສດຖະກິດ​ການ​ຕະຫຼາດ ​ແລະ ລັດ​ແຫ່ງ​ອ​ຳ​ນາດນິຕິ​ບັດ​ຍັດ”.

        ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ກໍ່​ປາດ​ຖະໜາ​ວ່າ ຈະ​ໄດ້​ຮັບ​ຄຳ​ເຫັນ​ປະກອບ​ເປັນ​ປະຈຳ ຈາກ​ບັນດາ​ກຸ່ມ​ບໍລິ​ສັດ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ສາກົນ ກ່ຽວ​ກັບ​ບັນດາ​ບັນຫາ​​ເຊິ່ງ ຫວ​ດຽ​ດນາມ ຕ້ອງ​ສຸມ​ໃສ່​ປະຕິ​ຮູບ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຫຼາຍກວ່າ, ພ້ອມ​ທັງ​ປະກອບສ່ວນ​ພັດທະນາ​ພື້ນຖານ​ເສດຖະກິດ​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ, ໝັ້ນ​ຄົງ​ໃນ​ສະພາບ​ການ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ