(vovworld) – ວັນທີ 8/7, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳບັນດາແຂວງພາກເໜືອລາວ ຢູ່ຫຼວງພະບາງ ໄດ້ຈັດຕັ້ງງານພົບປະແລກປ່ຽນລະຫວ່າງບັນດາວິສາຫະກິດ 2 ປະເທດ ຫວຽດນາມ - ລາວ. ເຂົ້າຮ່ວມກອງປະຊຸມສຳມະນາມີວິສາຫະກິດ 2 ປະເທດ 80 ແຫ່ງ, ໃນນັ້ນມີ 50 ວິສາຫະກິດລາວ ແລະ ບັນດາສະມາຊິກຂອງສະມາຄົມນັກທຸລະກິດຍິງຂະໜາດກາງ ແລະ ນ້ອຍຂອງນະຄອນ ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ຫວຽດນາມ ແລະ ລາວ ຕີລາຄາສູງຄວາມໝາຍ ແລະ ຄວາມສຳຄັນຂອງເລື່ອງຊຸກຍູ້ການຄ້າ, ການລົງທຶນໃນທຸກດ້ານ, ພິເສດແມ່ນຂົງເຂດຜະລິດສິນຄ້າ, ການທ່ອງທ່ຽວ ແລະ ການບໍລິການຢູ່ບັນດາແຂວງພາກເໜືອຂອງລາວ. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ 2 ປະເທດແລກປ່ຽນ, ເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມກັນຊອກຫາມາດຕະການພົວພັນດ້ານການຄ້າ, ການລົງທຶນ, ໜູນຊ່ວຍເພື່ອພ້ອມກັນພັດທະນາ. ທ່ານນາງ ມາຍທິຖູ໋ຍ, ປະທານສະມາຄົມນັກທຸລະກິດຍິງຂະໜາດກາງ ແລະ ນ້ອຍນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຮ່າໂນ້ຍ ປາດຖະໜາຢາກຮ່ວມມືກັບບັນດາວິສາຫະກິດລາວ ເວົ້າລວມ ແລະ ແຂວງຫຼວງພະບາງ ເວົ້າສະເພາະ.
ປະຈຸບັນ, ມີປະມານ 127 ໂຄງການລົງທຶນຂອງວິສາຫະກິດ ຫວຽດນາມ ຢູ່ລາວດ້ວຍທຶນຈົດທະບຽບປະມານ 302 ລ້ານ USD.