ວິສາຫະກິດຫວຽດນາມ ຄັດຄ້ານກະຊວງ ການຄ້າອາເມລິກາຈັດວາງອັດຕາພາສີຕ້ານຂາຍບຸບລາຄາ

ວິສາຫະກິດຫວຽດນາມ ຄັດຄ້ານກະຊວງ ການຄ້າອາເມລິກາຈັດວາງອັດຕາພາສີຕ້ານຂາຍບຸບລາຄາ - ảnh 1
ພາບປະກອບ

(vovworld) – ຜູ້​ລ້ຽງ​ປາຈາ ​ແລະ ບັນດາ​ວິ​ສາ​ຫະກິດ​ຜະລິດ, ສົ່ງ​ອອກ​ປາຈາ​ຫວຽດນາມ ​ພວມ​ສະ​ແດງ​ຄວາມ​ຄັດຄ້ານ​ຕໍ່​ເລື່ອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ (DOC) ຈັດ​ວາງ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາສູງ​ທົບ 70 ​ເທົ່າ ​ເມື່ອ​ທຽບ​ໃສ່​ອັດຕາ​ພາສີ​ກ່ອນ​ນີ້ ສຳລັບ​ຜະລິດ​ຕະພັນ​ປາຈາ​ແຊ​ເຢັນ​ທີ່​ນຳ​ເຂົ້າ​ຈາກ​ຫວຽດນາມ. ທ່ານ ຈິ້ງ​ບ໋າ​ຮ່ວາງ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ໃຫຍ່​ຫຸ້ນ​ສ່ວນ​ລົງທຶນ​ການ​ຄ້າ​ສິນ​ໃນ​ນ້ຳ (ICF), ​ໃຫ້​ຮູ້​ວ່າ:

“ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ທີ່​ສົ່ງ​ອອກປາ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ, ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ​ຕໍ່​ບັນຫາ​ອັດຕາພາສີ​ຕ້ານ​ຂາຍ​ບຸບ​ລາຄາ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ວິ​ສາ​ຫະກິດ​ບໍ່​ອູ່​ນອ່ຽນ​ໃຈ​ທຳ​ການ​ຜະລິດ“.

ສະຫະ​ສະມາຄົມ​ຜະລິດ​ປູ​ງ​ແຕ່ງ ​ແລະ ສົ່ງ​ອອກ​ປາຈາ​ຫວຽດນາມ, ​ໃຫ້​ຮູ້​ວ່າ​ອັດຕາ​ພາສີ​ໃໝ່​ຈະ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ນັບ​ລ້ານ USD/ປີ. ທ່ານ​ ​ເຈືອງ​ດິ່ງ​​ແຮ່ (Truong Dinh Hoe), ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ຜະລິດປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ, ຢືນຢັນ​ວ່າ:

“​ເລື່ອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ຕັດສິນ​ຕ້ານ​ຂາຍ​ບຸບ​ລາຄາ​ສຳລັບ​ຜະລິດ​ຕະພັນ​ປາຈາ​ຂອງ​ຫວຽດນາມ​ ນັ້ນ ​ແມ່ນ​ວຽກ​ງານ​ທີ່​ໄຮ້​ເຫດຜົນ. ກ່ອນ​ນີ້ 6 ​ເດືອນ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ວ່າ​ ຫວຽດນາມ​ ບໍ່​ຂາຍ​ບຸບ​ລາຄາ, ​ແລະ ​ເລືອກ​ເຟັ້ນ ບັງ​ກຼາ​ເທດ ​ແມ່ນປະ​ເທດ​ທີ່​ເປັນ​ພື້ນຖານເພື່ອ​ຄິດ​ໄລ່​ອັດຕາ​ພາສີ, ​ແຕ່​ປະຈຸ​ບັນ​ພັດ​ເລືອກ​ເຟັ້ນປະ​ເທດ​ອິນ​ໂດ​ເນ​ເຊຍ​ ໂດຍ​ບັງ​ເອີນ. ບັນດາ​ຂໍ້​ມູນ​ຂອງ​ຂະ​ແໜງ​ລ້ຽງ​ປາຈາອິນ​ໂດ​ເນ​ເຊຍ ບໍ່​​ເໝາະ​ສົມ​ກັບເງື່ອນ​ໄຂ​ລ້ຽງ​ປາຈາ ​ແລະ ສົ່ງ​ອອກ​ປາຈາ, ອັນ​ໄດ້​ເຮັດ​ໃຫ້ການ​ຈັດ​ວາງ​ອັດຕາ​ພາສີ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ສູງ​ໂພດ, ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງ​ຫວຽດນາມ, ດ້ວຍອັດຕາ​ພາສີ​ຄື​ແນວ​ນີ້, ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ຈະ​ບໍ່​ສາມາດ​ສົ່ງ​ອອກ​ໄດ້​“.

ທ່ານ ເຈືອງ​ດິ່ງ​​ແຮ່ (Truong Dinh Hoe) ກໍ່​ໃຫ້​ຮູ້​ວ່າ, ສະຫະ​ສະມາຄົມ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ ທີ່​ນອນ​ໃນ​ບັນຊີ​ລາຍ​ຊື່​ຖືກ​ຈັດ​ວາງ​ອັດຕາ​ພາສີ ພ້ອມ​ກັບ​ທະນາ​ຄວາມ​ກວດຄືນ​ຂໍ້​ມູນ ​ເພື່ອ​ກະກຽມສຳ​ເນົາ​ເອກະສານ, ຫຼັກ​ຖານ ​ແນ​ໃສ່ຮ້ອງ​ຟ້ອງ​ຂຶ້ນ​ສານ​ການ​ຄ້າ​ສາກົນ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ