ວິສາຫະກິດຫວຽດນາມ ມຸ່ງໄປເຖິງການບັນລຸ ມາດຖານສາກົນເພື່ອ ເຊື່ອມໂຍງເຂົ້າກັບສາກົນ
ທ່ານປະທານ VCCI ຫວຸ້ຕຽນໂລກ
(ພາບ: laodong.com.vn )
(vovworld)- ຕອບສຳພາດຕໍ່ນັກຂ່າວ VOV ຫວ່າງມໍ່ໆມານີ້, ທ່ານຫວຸ້ຕຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໃຫ້ຮູ້ວ່າ: ປີ 2014, ເບິ່ງລວມແລ້ວ, ພື້ນຖານເສດຖະກິດຫວຽດນາມ ມີຫຼາຍສັນຍານອັນຕັ້ງໜ້າ ສະແດງໃຫ້ເຫັນຢູ່ບ່ອນວ່າ: GDP ຍັງສືບຕໍ່ເພີ່ມຂຶ້ນ ແລະ ເພີ່ມຂຶ້ນດ້ວຍລະດັບສູງພໍສົມຄວນໃນສະພາບການປະຈຸບັນບັນລຸ 5,8%.
ຕາມທ່ານປະທານ VCCI, ປີ 2015, ຈະມີສັນຍາການຄ້າເສລີຫຼາຍສະບັບໄດ້ຮັບການລົງນາມລະຫວ່າງຫວຽດນາມ ແລະ ບັນດາຄູ່ຮ່ວມມື. ບັນດາສັນຍານີ້ຈະສ້າງກຳລັງໜູນເພື່ອຊຸກຍູ້ວິວັດການປ່ຽນໃໝ່ລະບອບເສດຖະກິດຢູ່ຫວຽດນາມ ຢ່າງໄວວາ; ບັນດາຜະລິດຕະພັນ, ສິນຄ້າຂອງຫວຽດນາມ ຈະມີເງື່ອນໄຂແຊກຊືມເຂົ້າຕະຫຼາດໃຫ່ຍອັນດັບ 1 ໃນໂລກດ້ວຍອັດຕາພາສີອາກອນສ່ວນຫຼາຍແມ່ນ 0% ດ້ວຍການຫລຸດຜ່ອນຮົ້ວກີດຂວາງໃນລະດັບຕ່ຳສຸດ. ພິເສດ, ຫວຽດນາມ ມີເງື່ອນໄຂຍູ້ແຮງການສົ່ງອອກໄປຍັງຕະຫຼາດອາເມລິກາ, ເອີລົບ, ຍີ່ປຸ່ນ, ສ.ເກົາຫຼີ, ບັນດາປະເທດອາຊຽນ, ລັດເຊຍ, ເບລາຣຸດ, ກາຊັກສະຖານ:
“ບາງຂົງເຂດດຳເນີນທຸລະກິດມີຜົນປະໂຫຍດຕົ້ນຕໍຂອງຫວຽດນາມ, ພິເສດແມ່ນເຄື່ອງຕ່ຳແຜ່ນຕັດຫຍີບ, ເກີບ, ຜະລິດຕະພັນກະເສດມີເງື່ອນໄຂແຊກຊືມເຂົ້າຕະຫຼາດນີ້ຢ່າງສະດວກສະບາຍກ່ວາ. ການເຄື່ອນໄຫວຜະລິດດຳເນີນທຸລະກິດທັງໝົດຂອງຫວຽດນາມ ຕ້ອງມີມາດຖານສາກົນ, ຖ້າບໍ່ບັນລຸໄດ້ມາດຖານສາກົນພວກເຮົາຈະບໍ່ສາມາດແຊກຊືມເຂົ້າຕະຫຼາດຂອງບັນດາປະເທດໄດ້ພັດທະນາ“./.