ວິສາຫະກິດອີຕາລີ ຕີລາຄາສູງກາລະໂອກາດລົງທຶນຢູ່ຫວຽດນາມ
(ພາບປະກອບ)
(vovworld) – ວັນທີ 14/01, ກອງປະຊຸມສຳມະນາກ່ຽວກັບການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ - ອີຕາລີ, ເຊິ່ງດຳເນີນໄປຢູ່ Rome, ໃນຂອບເຂດ “ຊຸມວັນວັດທະນະທຳຫວຽດນາມ ຢູ່ Rome”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ຫງວຽນຮ່ວາງລອງ ຖືວ່າ, ຫວ່າງແລ້ວນີ້, ອີຕາລີ ແລະ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດ ແມ່ນກາລະໂອກາດໃຫຍ່ຫຼວງເພື່ອໃຫ້ 2 ປະເທດຊຸກຍູ້ການພົວພັນດ້ານການຄ້າ ແລະ ເພີ່ມທະວິການລົງທຶນຂອງອີຕາລີ ເຂົ້າຫວຽດນາມ. ໃນປີ 2014, ມີຄະນະຜູ້ແທນວິສາຫະກິດອີຕາລີ ຫຼາຍແຫ່ງມາຫວຽດນາມ ສຳຫຼວດຕະຫຼາດ. ຫວຽດນາມ ກໍ່ເພີ່ມທະວີບັນດາຂົວເຊື່ອມຕໍ່ເພື່ອຊອກຫາຄູ່ຮ່ວມມືເສດຖະກິດຢູ່ອີຕາລີ, ຜ່ານການຈັດຫ້ອງການການຄ້າຫວຽດນາມ ຢູ່ Milan. ມີບາງເຂດອື່ນຂອງອີຕາລີ, ໃນນັ້ນມີ Lazio ກໍ່ພວມຊອກຫາກາລະໂອກາດຮ່ວມມືດ້ານເສດຖະກິດກັບຫວຽດນາມ.
ຜູ້ຕາງໜ້າດ້ານເສດຖະກິດເຂດ Lazio, ທ່ານ Guido Fabiani ຢືນຢັນວ່າ, ເຂດ Lazio ຈະມີລາຍການໂຄສະນາກ່ຽວກັບການຊອກຮູ້ການລົງທຶນເຂົ້າຫວຽດນາມ ເພື່ອແນໃສ່ດຶງດູດບັນດາວິສາຫະກິດຂອງເຂດ ຊອກຫາກາລະໂອກາດດຳເນີນທຸລະກິດກັບຄູ່ຮ່ວມມືຫວຽດນາມ.