ວິສາຫະກິດອາຊຽນຊຸກຍູ້ຈຸດໝາຍສ້າງປະຊາຄົມເສດຖະກິດອາຊຽນໃນ2015
ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກາໂປ Lim Hng Kiang ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Lê Hải-Việt Hải/Vietnam+)
(vovworld) – ເວທີປາໄສສະໂມສອນນັກທຸລະກິດ ອາຊຽນ 2014 (ABC) ໄດ້ຈັດຕັ້ງໃນວັນທີ 8 – 9/9, ໄດ້ເຕົ້າໂຮມການນຳວິສາຫະກິດອັນດັບໜຶ່ງຢູ່ພາກພື້ນກ່ວາ 300 ທ່ານ ເພື່ອສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາການຄ້າ ແລະ ອຸດສາຫະກຳປະຈຸບັນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ກໍ່ຄືສະແດງການສະໜັບສະໜູນສຳລັບເລື່ອງຫັນຈຸດໝາຍປະຊາຄົມເສດຖະກິດ ອາຊຽນ (AEC) ໃນປີ 2015 ປະກົດຜົນເປັນຈິງ. ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກາໂປ Lim Hng Kiang ຢັ້ງຢືນປັດໄຈມີລັກສະນະເປັນບາດລ້ຽວໃຫ້ແກ່ ອາຊຽນ ແມ່ນການເຊື່ອມໂຍງ, ແລະ ປະຈຸບັນ, ບັນດາປະເທດ ອາຊຽນ ພວມບັນລຸຄວາມຄືບໜ້າຢ່າງໝັ້ນຄົງເພື່ອຫັນຈຸດໝາຍ AEC ເມື່ອຈຸດເວລາກຳນົດສຸດທ້າຍປີ 2015 ພວມໃກ້ຈະມາຮອດ. ສິນຄ້າເກືອບທັງໝົດໃນພາກພື້ນໄດ້ຍົກເວັ້ນພາສີອາກອນ ແລະ ອາຊຽນພ້ອມແລ້ວທີ່ປະຕິບັດບາດກ້າວຕໍ່ໄປເພື່ອລົບລ້າງຮົ້ວກີດຂວາງປອດພາສີອາກອນລະຫວ່າງບັນດາປະເທດ. ທ່ານລັດຖະມົນຕີ Lim Hng Kiang ເນັ້ນໜັກວ່າ: AEC ບໍ່ແມ່ນຕອນສຸດທ້າຍຂອງເສັ້ນທາງ ອາຊຽນ, ຍ້ອນວ່າການເຊື່ອມໂຍງພາກພື້ນຈະເຮັດໃຫ້ການພົວພັນດ້ານເສດຖະກິດພາຍໃນກຸ່ມເລິກເຊິ່ງກ່ວາອີກ.