ວິສາຫະກິດແມ່ນກຳລັງໜູນແກ່ການພັດທະນາເສດຖະກິດຂອງປະເທດຊາດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະພົບປະກັບວົງການນັກທຸລະກິດໃນວັນທີ 29/4 ນີ້. |
(vovworld)- ວັນທີ 29/4 ນີ້, ຢູ່ນະຄອນໂຮ່ຈິມິນຈະດຳເນີນກອງປະຊຸມລະຫວ່າງນາຍົກລັດຖະມົນຕີກັບວິສາຫະກິດປີ 2016. ຂ່າວຄາວດັ່ງກ່າວຖືກຍົກອອກມາຢູ່ທີ່ກອງປະຊຸມຂ່າວໂດຍຫ້ອງວ່າການລັດຖະບານຈັດຂຶ້ນເມື່ອຕອນເຊົ້າວັນທີ 22/4 ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ ເລແມ້ງຮ່າ ຮອງຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໃຫ້ຮູ້ວ່າ:
“ ຈຸດທີ່ເປັນໜ້າສົນໃຈຂອງກອງປະຊຸມຄັ້ງນີ້ ແມ່ນຫົວຂໍ້ວິສາຫະກິດຊຶ່ງລວມທັງເງິນລົງທຶນຂອງຕ່າງປະເທດ, ບໍ່ພຽງແຕ່ແມ່ນວິສາຫະກິດຂອງຊາວຫວຽດນາມເທົ່ານັ້ນ. ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມສະເໝີພາບ, ຄວາມເອົາໃຈໃສ່ຂອງລັດຖະບານທີ່ມີຕໍ່ວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ. ຫົວເລື່ອງຂອງກອງປະຊຸມວິສາຫະກິດແມ່ນກຳລັງໜູນແກ່ການພັດທະນາເສດຖະກິດຂອງປະເທດຊາດ ”