ວິ​ສາ​ຫະ​ກິດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ ເພີ່ມ​ທະ​ວີ​ກາ​ນີ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ

(VOVWORLD) - ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ກຳປູເຈຍ - ລາວ ແລະ ບັນດາການກຳນົດທິດການພັດທະນາດ້ານເສດຖະກິດ.
ວິ​ສາ​ຫະ​ກິດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ ເພີ່ມ​ທະ​ວີ​ກາ​ນີ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ - ảnh 1ເວທີປາໄສວິສາຫະກິດ ຫວຽດນາມ - ກຳປູເຈຍ - ລາວ (ພາບ: TTXVN)

ວັນທີ 06 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ  - ກຳປູເຈຍ ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນ, ສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນໂຮ່ຈີມິນ, ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ - ກຳປູເຈຍ - ລາວ ຢູ່ນະຄອນໂຮ່ຈີມິນ ປີ 2024, ເພື່ອແນໃສ່ຊຸກຍູ້ການຮ່ວມມພົວພັນແລກປ່ຽນການຄ້າລະຫວ່າງວິສາຫະກິດສາມປະເທດ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ກຳປູເຈຍ - ລາວ ແລະ ບັນດາການກຳນົດທິດການພັດທະນາດ້ານເສດຖະກິດ, ນະໂຍບາຍດຶງດູດເງິນລົງທຶນຂອງລັດຖະບານ ຫວຽດນາມ, ກຳປູເຈຍ, ລາວ; ແລກປ່ຽນກ່ຽວກັບການເຄື່ອນໄຫວຂອງບັນດາວິສາຫະກິດ ຫວຽດນາມ ພວມລົງທຶນຢູ່ ກຳປູເຈຍ, ລາວ; ປຶກສາຫາລື, ສະເໜີ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າ, ເຊື່ອມຕໍ່ວິສາຫະກິດ, ຮ່ວມມືໃນຂົງເຂດລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງວິສາຫະກິດ ສາມປະເທດ ຫວຽດນາມ - ກຳປູເຈຍ ແລະ ລາວໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ