ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ ກຳ​ປູ​ເຈຍ ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Seiha ໄດ້ກ່າວຄຳເຫັນຢັ້ງຢືນວ່າ Metfone ໄດ້ປະກອບສ່ວນຍົກສູງຖານະບົດບາດຂອງກຳປູເຈຍ ໃນພາກພື້ນ ແລະ ໂລກໃນຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ. 
ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ ກຳ​ປູ​ເຈຍ ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ - ảnh 1ທ່ານ ຕ່າວດຶກທັ້ງ ປະທານກຸ່ມບໍລິສັດ Viettel ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນຄ່ຳວັນທີ 19 ກຸມພາ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ບໍລິສັດ Viettel Cambodia ຂຶ້ນກັບກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ (Viettel), ໄດ້ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງການດຳເນີນທຸລະກິດ  ແລະ ເຄື່ອນໄຫວ ຢູ່ຕະຫຼາດ ກຳປູເຈຍ ດ້ວຍເຄື່ອງໝາຍການຄ້າ  Metfone (2009-2024). ກ່າວຄຳເຫັນທີ່ເຫດການ, ທ່ານ ຕ່າວດຶກທັ້ງ ປະທານກຸ່ມບໍລິສັດ Viettel, ໃຫ້ຮູ້ວ່າ 15 ປີຜ່ານມາ, Viettel ແລະ Metfone ໄດ້ໝູນໃຊ້, ພັດທະນາ ບັນດາເຕັກໂນໂລຢີ 4.0 ທີ່ກ້າວໜ້າ ເພື່ອສະໜອງບັນດາພື້ນຖານ, ມາດຕະການແກ້ໄຂ, ການບໍລິການດີຈີຕອນ, ຊ່ວຍກຳປູເຈຍ ມີຄື້ນ 4G ທີ່ມີຄຸນນະພາບດີທີ່ສຸດໃນພາກພື້ນ; ທ່ານຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ໄດ້ອຸທິສ່ວນ, ປະກອບສ່ວນເຂົ້າໃນການສ້າງສາປະເທດ ກຳປູເຈຍ.

ທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Seiha ໄດ້ກ່າວຄຳເຫັນຢັ້ງຢືນວ່າ Metfone ໄດ້ປະກອບສ່ວນຍົກສູງຖານະບົດບາດຂອງກຳປູເຈຍ ໃນພາກພື້ນ ແລະ ໂລກໃນຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ. ຜົນສຳເລັດ, ການພັດທະນາຢ່າງຕໍ່ເນື່ອງຂອງ Metfone ແມ່ນສັນຍາລັກໃຫ້ການພົວພັນຮ່ວມມືມິດຕະພາບ ລະຫວ່າງ ກຳປູເຈຍ ແລະ ຫວຽດນາມ, ກໍ່ຄືນັບມື້ນັບດຶງດູດຫຼາຍນັກລົງທຶນທາງດ້ານໂທລະຄົມມະນາຄົມ ມາຍັງກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ