ວິສາຫະກິດ ແລະ ກາລະໂອກາດຂອງຕະຫລາດອາຊຽນ
ກອງປະຊຸມສຳມະນາ “ວິສາຫະກິດຂະຫນາດກາງ ແລະ ນ້ອຍ ຫວຽດນາມ”
ພາບ:baomoi.com
|
(vovworld)- ຕອນເຊົ້າວັນທີ 4/12 ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ສົມທົບກັບສະຖາບັນສາກົນ ແລະ ພັດທະນາແບບຍືນຍົງ, ສະພາໃຫ້ຄຳປຶກສາດຳເນີນທຸລະກິດ ອາຊຽນ ຈັດຕັ້ງກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ: “ວິສາຫະກິດຂະຫນາດກາງ ແລະ ນ້ອຍ ຫວຽດນາມ - ກາລະໂອກາດຂອງຕະຫລາດ ອາຊຽນ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ດວ່ານຢູຍເຄືອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ໃຫ້ຮູ້ວ່າ: ເພ່ືອໃຫ້ບັນດາວິສາຫະກິດຫວຽດນາມ ເຊື່ອມຊືມເຂົ້າຕະຫລາດບັນດາປະເທດ ອາຊຽນ ແລະ ອາຊຽນ ເປີດກວ້າງ, ວິສາຫະກິດ ຄວນປ່ຽນໃຫມ່ອຸປະກອນເຕັກໂນໂລຊີ, ຍົກສູງຄຸນນະພາບຜະລິດຕະພັນ. ທ່ານ ດວານຢີເຄືອງ ເນັ້ນຫນັກວ່າ:
“ກອງປະຊຸມສຳມະນາຄັ້ງນີ້ ຈະຊ່ວຍໃຫ້ບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ ມີເງື່ອນໄຂສຳພັດກັບຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖີງບັນດາກາລະໂອກາດ ແລະ ສິ່ງທ້າທາຍ ເມື່ອຫວຽດນາມ ເຂົ້າຮ່ວມປະຊາຄົມເສດຖະກິດ ອາຊຽນ ໃນປີ 2015 ແລະ ອາຊຽນເປີດກວ້າງກັບ 6 ປະເທດຄື: ຍີ່ປຸ່ນ, ສເກົາຫລີ, ຈີນ… ເພື່ອຍາດແຍ່ງກາລະໂອກາດດີ ຊື່ງບັນດາສັນຍາການຄ້າເສລີນຳມາໃຫ້.”