ວິສາຫະກິດ ໂຮ່ຈີມິນ ຍູ້ແຮງການສົ່ງອອກໃນຊຸມວັນຕົ້ນປີໃໝ່
(VOVWORLD) -ຢູ່ເຂດເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ, ໃນຕອນເຊົ້າຂອງມື້ນີ້ ກໍມີວິສາຫະກິດປະມານ 98% ເຄື່ອນໄຫວຄືນໃໝ່.
ຕື້ Contairner ສົ່ງອອກສິນຄ້າຂອງ ວິສາຫະກິດ ກາເຟ Meet More (ພາບ:VOV) |
ຕອນເຊົ້າວັນທີ 17 ກຸມພາ ເຊິ່ງເປັນມື້ເຮັດວຽກທຳອິດ ພາຍຫຼັງໄລຍະພັກບຸນເຕັດຂອງຊາວ ຫວຽດນາມ, ວິສາຫະກິດຫຼາຍແຫ່ງ ແລະ ຊາວຜູ້ອອກແຮງງານໃນບໍລິເວນນະຄອນ ໂຮ່ຈີມິນ ໄດ້ກັບຄືນສູ່ການເຮັດວຽກເປັນປົກກະຕິ, ບັນດາວິສາຫະກິດສົ່ງອອກເລີ່ມສົ່ງສິນຄ້າໃຫ້ແກ່ຄູ່ຮ່ວມມື. ຕາມຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ, ເຂດຜະລິດເພື່ອສົ່ງອອກຂອງນະຄອນໂຮ່ຈີມິນ (Hepza) ແລ້ວ, ຕອນເຊົ້າຂອງວັນທີ 17 ກຸມພາ ໄດ້ມີວິສາຫະກິດຫຼາຍກວ່າ 50% ໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ. ສ່ວນຢູ່ເຂດເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ, ໃນຕອນເຊົ້າຂອງມື້ນີ້ ກໍມີວິສາຫະກິດປະມານ 98% ເຄື່ອນໄຫວຄືນໃໝ່, ໃນນັ້ນ ມີວິສາຫະກິດຫຼາຍແຫ່ງເຮັດວຽກຕະຫຼອດໄລຍະພັກບຸນເຕັດ ແລະ ໄດ້ມີໃບສັ່ງຊື້ສິນຄ້າຂອງຕ່າງປະເທດແລ້ວ.