ວິສາຫະກິດ200ແຫ່ງໄດ້ຮັບນາມມະຍົດ“ສິນຄ້າຫວຽດນາມໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້”
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 20/12 ຢູ່ຮ່າໂນ້ຍ, ຄະນະຊີ້ນຳການຂົນຂວາຍນະຄອນ ຮ່າໂນ້ຍ ສົມທົບກັບສະຖານີໂທລະພາບ ຮ່າໂນ້ຍ, ບໍລິສັດວັດທະນະທຳຖະແຫຼງຂ່າວ ຫວຽດນາມ ຈັດຕັ້ງພິທີເຊີດຊູ “ສິນຄ້າ ຫວຽດນາມ ໄດ້ຮັບຄວາມນິຄົມຈາກຜູ້ຊົມໃຊ້” ຄັ້ງທີ 6 ປີ 2015. ກ່າວຄຳເຫັນທີ່ພິທີເຊີດຊູ, ທ່ານ ດ່າວວັນບິ່ງ, ປະທານຄະນະກຳມະການແນວໂຮມປະເທດຊາດນະຄອນ ຮ່າໂນ້ຍ, ຫົວໜ້າຄະນະຊີ້ນຳບັ້ນຂົນຂວາຍເນັ້ນໜັກວ່າ: ໂດຍຜັນຂະຫຍາຍຢ່າງເລິກເຊິ່ງ ກ້ວາງຂວາງ ແລະ ເປັນປະຈຳ, ບັ້ນຂົນຂວາບ “ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ. ຜ່ານນັ້ນ ວິສາຫະກິດຫລາຍແຫ່ງ ໄດ້ເອົາໃຈໃສ່ເປັນພິເສດເຖິງການ ຍົກສູງຄຸນນະພາບຜະລິດຕະພັນ, ສິນຄ້າການບໍລິການ. ຈາກນັ້ນ, ຢືນຢັນເຄື່ອງໝາຍການຄ້າຂອງສິນຄ້າຫວຽດນາມ ສຳລັບຜູ້ຊົມໃຊ້, ສ້າງການຫັນປ່ຽນໃນການຮັບຮູ້ ແລະ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ ຂອງປະຊາຊົນ.