ວິຫານເອົາລາກ ນະຄອນ ດາລາດ ດຶງດູດນັກທ່ອງທ່ຽວເຂົ້າຢ້ຽມຊົມເປັນຈຳນວນຫລວງຫລາຍໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ

(VOVWORLD) - ວັນທີ 14 ເມສາ ຢູ່ ວິຫານ ເອົາລາກ ໃນຈອມພູ ເຟື້ອງຮ່ວາງ ຂຶ້ນກັບເຂດທ່ອງທ່ຽວນ້ຳຕົກຕາດ Prenn ດາລາດ ແຂວງ ເລີມດົ່ງ ໄດ້ຈັດຕັ້ງພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ. ເຫດການນີ້ໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
ວິຫານເອົາລາກ ນະຄອນ ດາລາດ ດຶງດູດນັກທ່ອງທ່ຽວເຂົ້າຢ້ຽມຊົມເປັນຈຳນວນຫລວງຫລາຍໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ - ảnh 1 ປະຊາຊົນ ແລະ ແຂກທ່ອງທ່ຽວມາຢ້ຽມຊົມວິຫານ ເອົາລາກ ຢູ່ ດາລາດ

ແຕ່ລະປີ ແຂວງເລີມດົ່ງ ໄດ້ຈັດຕັ້ງວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ດ້ວຍຂອບຂະຫນາດໃຫຍ່ ດຶງດູດນັກຮຽນ ນັກສຶກສາຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນຢູ່ ດາລາດ ແລະ ປະຊາຊົນພາຍໃນແຂວງ ແລະ ແຂກທ່ອງທ່ຽວມາຮ່ວມເປັນຈຳນວນຫລວງຫລາຍ. ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຖືກຈັດຂຶ້ນຢ່າງເຄັ່ງຂຶມຕາມພິທີກຳທີ່ເປັນມູນເຊື້ອ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການກໍ່ຕັ້ງປະເທດຊາດ ແລະ ບັນພະບຸລຸດທີ່ມີຄວາມອົງອາດກ້າຫານໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ.

ພາຍຫລັງພິທີໄຫວ້ບູຊາ, ຍັງມີລາຍການເຄື່ອນໄຫວຕ່າງໆຖືກຈັດຂຶ້ນຄື: ການລະຫລິ້ນພື້ນເມືອງ, ງານບຸນວັດທະນະທຳ ອາຫານການກິນ, ລາຍການສະແດງສິລະປະພື້ນເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ