ເຫດວາງລະເບີດຢູ່ ແບດແດດເມື່ອວັນທີ 3/7
(ພາບປະກອບຈາກສຳນັກຂ່າວສານຊິນຮວາ/ສຳນັກຂ່າວສານ ຫວຽດນາມ)
(vovworld) – ຢ່າງໜ້ອຍສຸດມີ 35 ຄົນເສຍຊີວິດ ແລະ 60 ຄົນຖືກຮັບບາດເຈັບໃນ 2 ເຫດວາງລະເບີດສະຫຼະຊີບທີ່ເກີດຂຶ້ນເມື່ອວັນທີ 7/7 ທີ່ເລັ່ງໃສ່ສຸສານແຫ່ງສັກສິດຂອງຊາວມຸດສະລິມ ນິກາຍ ຊີອະ ຢູ່ແຂວງພາກກາງ Salahudin, ປະເທດ ອີຣັກ. ບັນດາແຫຼ່ງຂ່າວປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ກຸ່ມບັນດາມືປືນນຸ່ງເຄື່ອງແບບທະຫານ ໄດ້ບຸກເຂົ້າສຸສານ Saiyd Mohammed ຢູ່ເທດສະບານ Balad, ຫ່າງຈາກນະຄອນຫຼວງ ແບດແດດ ໄປທາງທິດເໜືອປະມານ 80 ກມ. ບັນດາມືປືນນີ້ໄດ້ຫຼອກຈັບຕົວບາງຄົນໄປນະມັດສະການໃນເຂດນີ້, ແຕ່ກຳລັງປ້ອງກັນຄວາມສະຫງົບໄດ້ກູ້ເອົາຊີວິດຕົວປະກັນພາຍຫຼັງການປະທະກັນຢ່າງດຸເດືອດ, ພ້ອມທັງດັບສູນພວກກະບົດທັດໝົດ. ການປະທະກັນໄດ້ກໍ່ຄວາມເສຍຫາຍຫຼາຍຢ່າງຢູ່ເຂດສຸສານແຫ່ງນີ້ ແລະ ເຜົາຜານບັນດາຕຶກອາຄານຢູ່ອ້ອມຂ້າງ. ຫຼັງຈາກນັ້ນອົງການ “ລັດອິດສະລາມ” (IS) ອ້າງຊື່ເອງຍອມຮັບໄດ້ເປັນຕົວການ.