ວາງສີລາລຶກແລະ​ເປີດ​ໂຄງ​ການ​ປຸກສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ

(VOVWORLD) - ດ້ວຍເນື້ອທີ່ໜ້າພຽງ 23.400 ຕາແມັດ, ຕັ້ງຢູ່ຂ້າງພະທາດຫຼວງ, ສະຖານທີ່ສັກສິດ, ເປັນສັນຍາລັກໃຫ້ຄວາມສາມັກຄີຂອງຊາດລາວ ຢູ່ໃຈກາງນະຄອນຫຼວງວຽງຈັນ
ວາງສີລາລຶກແລະ​ເປີດ​ໂຄງ​ການ​ປຸກສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານປະເທດ ລາວ ບຸນຍັງ ວໍລະຈິດ ເຂົ້າຮ່ວມພິທີ

ຕອນເຊົ້າວັນທີ 1 ພະຈິກ, ພິທີວາງສີລາລຶກ ແລະ ເປີດໂຄງການປຸກສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ, ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ - ໄດ້ດຳເນີນຢ່າງສົມກຽດ ຢູ່ນະຄອນຫຼວງວຽງຈັນ, ເຊິ່ງມີການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄຳມີ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍເນື້ອທີ່ໜ້າພຽງ 23.400 ຕາແມັດ, ຕັ້ງຢູ່ຂ້າງພະທາດຫຼວງ, ເຊິ່ງແມ່ນສະຖານທີ່ສັກສິດ, ເປັນສັນຍາລັກໃຫ້ຄວາມສາມັກຄີຂອງຊາດລາວ ຢູ່ໃຈກາງນະຄອນຫຼວງວຽງຈັນ, ຫໍສະພາແຫ່ງຊາດຫຼັງໃໝ່ຈະຕອບສະໜອງທຸກຄວາມຮຽກຮ້ອງຕ້ອງການ ແລະ ກາຍເປັນກິດຈະກຳສະຖາປັດຕະຍາກຳທີ່ສວຍງາມ, ໃຫຍ່ໂຕມະໂຫຖານ, ສົມເປັນສັນຍາລັກຂອງອົງການແຫ່ງສິດອຳນາດສູງສຸດ, ເປັນຕົວແທນໃຫ້ແກ່ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

ວາງສີລາລຶກແລະ​ເປີດ​ໂຄງ​ການ​ປຸກສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ - ảnh 2  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ

ເນື່ອງໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ສຳລັບຂອງຂວັນອັນລ້ຳຄ່າທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ, ແລະ ປະຊາຊົນລາວ; ເຊື່ອໝັ້ນວ່າ ຫໍສະພາແຫ່ງຊາດຫຼັງໃໝ່ຈະແມ່ນສັນຍາລັກແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ແລະ ຈະກາຍເປັນຊັບສົມບັດອັນລ້ຳຄ່າປະໄວ້ໃຫ້ລຸ້ນລູກ, ລຸ້ນຫຼານ ຂອງສອງປະເທດ.

ວາງສີລາລຶກແລະ​ເປີດ​ໂຄງ​ການ​ປຸກສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ - ảnh 3 ທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄຳມີ

ສ່ວນ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ຈະຊີ້ນຳບັນດາອົງການກ່ຽວຂ້ອງຂອງລາວ ແລະ ຫວຽດນາມ ສຸມໃສ່ວຽກງານ, ເພື່ອແນໃສ່ຕອບສະໜອງລະດັບຄວາມຄືບໜ້າ, ນຳກິດຈະກຳເຂົ້າເຄື່ອນໄຫວໃນປີ 2021 - ເຊິ່ງເປັນປີດຳເນີນບັນດາເຫດການພິເສດຂອງລາວ.

ວາງສີລາລຶກແລະ​ເປີດ​ໂຄງ​ການ​ປຸກສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ - ảnh 4 ພິທີວາງສີລາລຶກ ແລະ ເປີດໂຄງການປຸກສ້າງຫໍສະພາແຫ່ງຊາດລາວ - ຂອງຂວັນຂອງພັກ, ລັດ, ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ