ວາງແຜນກຳ​ນົດ​ສັງ​ລວມ​ແຫ່ງ​ຊາດ ​ເພື່ອ​ເສີມ​ຊະ​ຫຍາຍ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ທີ່​ ​ຕ່າງຫາກ, ກາ​ລະ​ໂອ​ກາດ​ພົ້ນ​ເດັ່ນ, ທ່າ​ໄດ້​ປ່ຽບ​ໃນ​ການ​ແກ້ງ​ແຍ້ງ​ຂອງ​ປະ​ເທດ​ຊາດ​ຢ່າງ​ສຸດ​ຂີດ

(VOVWORLD) -ຕອນເຊົ້າວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາງ ຟ້າມມິງຈິງ ເປັນປະທານກອງປະຊຸມປະເມີນຜົນການວາງແຜນກຳນົດສັງລວມແຫ່ງຊາດ ອາຍຸການ 2021 – 2030, ວິໄສທັດຮອດປີ 2050. 
ວາງແຜນກຳ​ນົດ​ສັງ​ລວມ​ແຫ່ງ​ຊາດ ​ເພື່ອ​ເສີມ​ຊະ​ຫຍາຍ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ທີ່​ ​ຕ່າງຫາກ, ກາ​ລະ​ໂອ​ກາດ​ພົ້ນ​ເດັ່ນ, ທ່າ​ໄດ້​ປ່ຽບ​ໃນ​ການ​ແກ້ງ​ແຍ້ງ​ຂອງ​ປະ​ເທດ​ຊາດ​ຢ່າງ​ສຸດ​ຂີດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ນີ້ແມ່ນຄັ້ງທຳອິດ, ຫວຽດນາມ ປະຕິບັດການວາງແຜນກຳນົດລະດັບຊາດເພື່ອແນໃສ່ຕີລາຄາຄືນສະພາບການຕົວຈິງ, ສັງລວມ, ຜ່ານນັ້ນສະເໜີ ກຳນົດທິດການຈັດສັນ, ສັບຊ້ອນຄືນໃໝ່ຂົງເຂດພັດທະນາຂອງປະເທດ, ເປີດຂົງເຂດພັດທະນາໃໝ່, ກາລະໂອກາດພັດທະນາໃໝ່, ກຳລັງໜູນພັດທະນາໃໝ່ເພື່ອບັນລຸໄດ້ເປົ້າໝາຍຮອດປີ 2045 ຫວຽດນາມ ກາຍເປັນປະເທດພັດທະນາມີລາຍຮັບສູງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        ການວາງແຜນກຳນົດຕ້ອງມີຈິດຕະນາການປ່ຽນແປງໃໝ່, ມີວິໄສທັດຍຸດທະສາດ, ກຳລັງໜູນເລີ່ມຈາກການປ່ຽນແປງໃໝ່. ຈິນຕະນາການປ່ຽນແປງໃໝ່ນີ້ໄດ້ສ້າງແຫຼ່ງກຳລັງ ແລະ ກຳລັງໜູນ. ວິໄສທັດຍຸດທະສາດແມ່ນເຮັດແນວໃດ ການວາງແຜນກຳນົດຕ້ອງຊີ້ໃຫ້ເຫັນຄວາມຕ່າງຫາກ, ກາລະໂອກາດທີ່ພົ້ນເດັ່ນ, ທ່າໄດ້ປ່ຽບໃນການແກ້ງແຍ້ງ, ເພື່ອຈາກນັ້ນ ເຮົາມີວິທີການແກ້ໄຂ, ຕິດແທດຕົວຈິງເພື່ອເສີມຂະຫຍາຍກຳລັງພາຍໃນ. ເພາະວ່າກຳລັງ ພາຍໃນ ແມ່ນພື້ນຖານທີ່ສຳຄັນທີ່ສຸດສ່ວນກຳລັງແຮງພາຍນອກແມ່ນບຸກທະລຸ. ດັ່ງນັ້ນ, ຕ້ອງປຸກລະດົມແຫຼ່ງກຳລັງແນວໃດເພື່ອປະຕິບັດການວາງແຜນຜັງ, ມີລັກສະນະເປັນໄປໄດ້ຂອງການວາງແຜນກຳນົດ? ນີ້ກໍ່ແມ່ນວຽກງານຍາກ, ແຕ່ຍິ່ງຍາກ, ຍິ່ງສັບສົນ ກໍ່ຍິ່ງຕ້ອງເສີມຂະຫຍາຍປະຊາທິປະໄຕ, ປຸກລະດົມພູບປັນຍາລວມໝູ່ ແລະ ຕັດສິນຕາມຈຳນວນສ່ວນຫຼາຍ. 

        ທ່ານນາຍົກລັດຖະມົນຕີ ເຈາະຈິ້ມວ່າ ການວາງແຜນກຳນົດຕ້ອງກຳນົດບັນດາຂະແໜງປາຍແຫຼມຕິດແທດກັບສະພາບການຕິວຈິງ, ເງື່ອນໄຫຂ ແລະ ສະພາບການຂອງປະເທດຊາດ. ການສ້າງແຜນກຳນົດນຕ້ອງເຊື່ອມຊືມ ແລະ ຫັນການພັດທະນາໂດຍໄວ ແລະ ຍືນຍົງເປັນລະອຽດ, ພັດທະນາຢ່າງກົມກຽມລະຫວ່າງເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ…

ຕອບກັບ

ຂ່າວ/ບົດ​ອື່ນ