ວາລະປະຊຸມຂັ້ນລັດຖະມົນຕີກຸ່ມປະຕິບັດງານຮ່ວມມືດ້ານພື້ນຖານໂຄງລ່າງທາງບົກຫວຽດນາມ-ຈີນ

ວາລະປະຊຸມຂັ້ນລັດຖະມົນຕີກຸ່ມປະຕິບັດງານຮ່ວມມືດ້ານພື້ນຖານໂຄງລ່າງທາງບົກຫວຽດນາມ-ຈີນ - ảnh 1
ວາລະ​ປະຊຸມ​ຂັ້ນ​ລັດຖະມົນຕີ​ກຸ່ມ​ປະຕິບັດ​ງານ​
ຮ່ວມ​ມືດ​້ານພື້ນຖານ​ໂຄງ​ລ່າງ​ທາງບົກ​ຫວຽດນາ​ມ-ຈີນ
(ພາບ: TTXVN)

(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 1 ຂັ້ນ​ລັດຖະມົນຕີ​ກຸ່ມ​ປະຕິບັດ​ງານ​ຮ່ວມ​ມືດ້ານພື້ນຖານ​ໂຄງ​ລ່າງ​ທາງບົກ​ ຫວຽດນາ​ມ - ຈີນ, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 15/10, ຢູ່​ນະຄອນຫຼວງ​ປັກ​ກິ​ງ, ປະ​ເທດ​ຈີນ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ ບຸ​ຍກວາງ​ວິ​ງ, ຫົວ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ແລະ ທ່ານຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ ​ແລະ ປະຕິ​ຮູບ​ແຫ່ງ​ລັດ ນິງຈີ​ເຈືອ, ​ເປັນ​ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ, ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ.

      ທີ່​ກອງ​ປະຊຸມ​ຄັ້ງ​ນີ້, 2 ຝ່າຍ​ໄດ້ພ້ອມ​ກັນ​ປຶກສາ​ຫາລື​ເພື່ອ​ຊອກ​ຫາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ. 2 ຝ່າຍ​ກໍໄດ້​ຕີ​ລາຄາ​ບາງ​ໂຄງການທີ່​​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ, ພ້ອມ​ທັງ​ຄົ້ນຄວ້າ​ລັກສະນະ​ເປັນ​ໄປ​ໄດ້​ໃນ​ບາງ​ໂຄງການ​ຂຶ້ນ​ກັບ​ຂົງ​ເຂດ​ຄົມມະນາຄົມ, ຂົນ​ສົ່ງ, ​ໄຟຟ້າ… ຜ່ານ​ນັ້ນ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດອຸດົມ​ສົມ​ບູນ​ກວ່າ.

      ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຈີນ ​ຄັ້ງ​ນີ້, ທ່ານລັດຖະມົນຕີ ບຸ​ຍກວາງ​ວິ​ງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ຍັງ​ມີ​ບັນດາ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການຄ​້າຈີນ ກາວ​ຄຸ​ເຈີ​ງ, ປະທານທະນາຄານ​ຂາ​ອອກ, ຂາ​ເຂົ້າ​ຈີ​ນ ​ແລະ ຢ້ຽມຢາມ​ບາງ​ທ້ອງ​ຖິ່ນ​ຂອງ​ຈີນ.

ຂ່າວ/ບົດ​ອື່ນ