ວາລະປະຊຸມຄົບຄະນະຄັ້ງປະຖົມມະເລີກສະພານະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ
(ພາບ: nguyentandung.org)
(VOV)- ວັນທີ 22/11, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ເຂົ້າຮ່ວມວາລະປະຊຸມຄົບຄະນະຄັ້ງປະຖົມມະເລີກສະພານະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດອາຍຸການ 2012-2016. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ຊີ້ແຈງວ່າ: ມະຕິສູນກາງພັກຄັ້ງທີ 6 ໄດ້ກຳນົດຢ່າງຈະແຈ້ງການສືບຕໍ່ປ່ຽນໃໝ່ອົງການຈັດຕັ້ງຢ່າງແຮງ ແລະ ຄົບຊຸດ, ກົນໄກຄຸ້ມຄອງ, ກົນໄກເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຊີແມ່ນຂອດບຸກທະລຸ, ໃນນັ້ນສຸມໃສ່ປ່ຽນໃໝ່ວຽກງານສ້າງຍຸດທະສາດ, ແຜນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ວິທີການລົງທຶນ, ກົນໄກການເງິນ, ກົນໄກພະນັກງານ…. ດ້ວຍເນື້ອໃນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ສະເໜີໃຫ້ສະພາ, ບັນດາຜູ້ຊ່ຽວຊານ, ນັກວິທະຍາສາດຕ້ອງຄຸ້ມຄອງຕິດແທດກັບຈຸດໝາຍ, ຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດສັງຄົມ, ຈຸດໝາຍພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດຊາດ. ທ່ານນາຍົກ ລັດຖະມົນຕີຫງວຽນເຕີນຢູງ ສະເໜີວ່າ:
“ປີ 2013, ຕ້ອງມີກົນໄກນະໂຍບາຍລະອຽດເພື່ອພັດທະນາວິສາຫະກິດວິທະຍາສາດເຕັກໂນໂລຊີຢ່າງແຮງກ່ວາອີກ. ວິສາຫະກິດເຮັດວິທະຍາສາດເຕັກໂນໂລຊີຫຼາຍ, ຄວາມສາມາດນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນຜະລິດຕະພັນເພື່ອມີການແກ່ງແຍ້ງແມ່ນຫຼາຍທີ່ສຸດ“.
ທີ່ວາລະປະຊຸມ, ບັນດາກຳມະການສະພາໄດ້ປະກອບຫຼາຍຄຳເຫັນເພື່ອແນໃສ່ຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງສະພາໃນການຊ່ວຍທ່ານນາຍົກລັດຖະມົນຕີ ຍົກອອກບັນດາລັດຖະນະໂຍບາຍກ່ຽວກັບການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ປະກອບສ່ວນນຳວິທະຍາສາດ ແລະ ເຕັກໂນໂລຊີ ກາຍເປັນກຳລັງໜູນໃຫ້ແກ່ການພັດທະນາຂອງປະເທດຊາດຢ່າງແທ້ຈິງ.