ວາລະປະຊຸມທີ1ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2016 - 2021
ທ່ານເຈີ່ນດ້າຍກວາງ ເປັນປະທານວາລະປະຊຸມທີ 1 ສະພາ
ປ້ອງກັນຊາດ ປ້ອງກັນຄວາມສະຫງົບອາຍຸການ 2016 – 2021
(vovworld) – ຕອນບ່າຍວັນທີ 26/12 ຢູ່ສຳນັກງານປະທານປະເທດ, ພົນເອກ ເຈີ່ນດ້າຍກວາງ ປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໄດ້ເປັນປະທານວາລະປະຊຸມທີ 1 ສະພາປ້ອງກັນຊາດ ປ້ອງກັນຄວາມສະຫງົບອາຍຸການ 2016 – 2021. ທີ່ວາລະປະຊຸມ, ບັນດາສະມາຊິກສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບກົດລະບຽບການເຄື່ອນໄຫວ, ບາງໜ້າທີ່ຈຸດສຸມໃນໂຄງການປະຕິບັດງານທົ່ວອາຍຸການ ແລະ ໜ້າທີ່ຈຸດສຸມປີ 2017 ຂອງສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີບັນດາສະມາຊິກສືບຕໍ່ເສີມຂະຫຍາຍໝາກຜົນແຫ່ງການປະຕິບັດໜ້າທີ່, ສິດອຳນາດຂອງສະພາບັນດາອາຍຸການກ່ອນ; ໃກ້ຊິດຕິດແທດກັບໜ້າທີ່, ສິດອຳນາດ, ລະບອບ, ຫຼັກການເຮັດວຽກຂອງສະພາ; ຍົກສູງຈິດໃຈຮັບຜິດຊອບໃນການປຶກສາຫາລື, ປະກອບຄຳເຫັນ, ຕັດສິນບັນດາບັນຫາຂຶ້ນກັບໜ້າທີ່, ສິດອຳນາດຂອງສະພາຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ. ທ່ານປະທານປະເທດ ຊີ້ນຳອົງການສຳນັກງານທີ່ກ່ຽວຂ້ອງສ້າງໂຄງການ, ແຜນການເພື່ອຜັນຂະຫຍາຍການປະຕິບັດບັນດາໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນປີ 2017 ແລະ ຊຸມປີຕໍ່ໄປ ຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມໃຫ້ໝັ້ນຄົງໃນສະພາບການໃໝ່ຢ່າງມີໄຊ.