ວາລະປະຊຸມນັດສາມັນຂອງລັດຖະບານ ເດືອນ 7

(VOVWORLD) -ສືບຕໍ່ລາຍການວາລະປະຊຸມນັດສາມັນຂອງລັດຖະບານ ເດືອນ 7, ໃນຕອນບ່າຍວັນທີ 3/8, ບັນດາສະມາຊິກລັດຖະບານໄດ້ປຶກສາຫາລືກ່ຽວກັບສະພາບເສດຖະກິດສັງຄົມ ໃນເດືອນ 7 ແລະ 7 ເດືອນ ຕົ້ນປີ 2017.

ວາລະປະຊຸມນັດສາມັນຂອງລັດຖະບານ ເດືອນ 7 - ảnh 1 ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ (ພາບ: baochinhphu.vn)

ກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສະເໜີ ບັນດາລັດຖະມົນຕີ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນໃກ້ຊິດຕິດແທດກັບບັນດາຄາດໝາຍ, ຕົວເລກຄາດໝາຍທີ່ໄດ້ຮັບມອບໝາຍ; ເພີ່ມທະວີການປະຕິບັດ, ລະບຽບວິໃນ ແລະ ຄວາມຮັບຜິດຊອບຂອງຜູ້ນຳໜ້າ; ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ຕັດສິນໃຈກໍ່ສ້າງລະບົບບໍລິຫານສ້າງສັນ, ຮັບໃຊ້. ໃສ່ໃຈເຖິງການຍົກສູງຄຸນນະພາບນະໂຍບາຍ, ມີປະຕິກິລິຍາຕໍ່ນະໂຍບາຍຢ່າງທັນການ ແລະ ສະເໝີຕົ້ນສະເໝີປາຍ, ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກຄາດໝາຍສືບຕໍ່ຄວບຄຸມໄພເງີນເຟີ້, ຄວບຄຸນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຊຸກຍູ້ເຕີບໂຕໃຫ້ບັນລຸແຜນການທີ່ໄດ້ວາງອອກ. ທີ່ວາລະປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ລະອຽດໃຫ້ບັນດາກະຊວງ, ຂະແໜງການ. ທ່ານ ນາຍົກລັດຖະມົນຕີ ກໍ່ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍບັນດາຊ່ອງເຈລະຈາ, ແກ້ໄຂຂໍ້ມູນຂ່າວສານສ່ອງແສງຂອງປະຊາຊົນ, ວິສາຫະກິດຜ່ານບັນດາປະຕູຖານຂໍ້ມູນຂອງກະຊວງ, ຂອງລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ