(vovworld) – ວັນທີ 17/5, ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ແລະ ສະພາເລືອກຕັ້ງແຫ່ງຊາດໂດຍທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດນຳໜ້າ ມີການເຮັດວຽກ, ກວດກາວຽກງານເລືອກຕັ້ງຢູ່ແຂວງ ຊອກຈັງ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຍ້ອງຍໍຊົມເຊີຍແຂວງ ຊອກຈັງ ໄດ້ກະກຽມວຽກງານເລືອກຕັ້ງຢ່າງລອບຄອບຖີ່ຖ້ວນ, ປະຕິບັດຢ່າງເຂັ້ມງວດ, ທັນການ, ຄົບຖ້ວນ ແລະ ຮອບດ້ານ. ແຂວງຄວນສືບຕໍ່ແກ້ໄຂບັນດາການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງກ່ຽວກັບວຽກງານເລືອກຕັ້ງ. ສຳລັບເຂດແຄມທະເລ, ກຳລັງຄົນງານໄປທະເລຫາປາ, ຕ້ອງຂົນຂວາຍປະຊາຊົນໃຫ້ໄປເລືອກຕັ້ງຢ່າງຄົບຖ້ວນ…
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ເມືອງ ດຶກຮ່ວາ, ແຂວງ ລອງອານ, ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດໂດຍທ່ານ ຫງວຽນວັນເຢົ່າ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການເສດຖະກິດຂອງ ສະພາແຫ່ງຊາດ ເປັນຫົວໜ້າຄະນະໄດ້ມີການເຮັດວຽກກັບກຳມາທິການເລືອກຕັ້ງຂອງແຂວງລອງອານ ກ່ຽວກັບສະພາບການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021.