ວຽກງານກະກຽມໃຫ້ການເລືອກຕັ້ງ ສສຊ ຊຸດທີ14ແລະ ສະພາປະຊາຊົນຂັ້ນແຂວງອາຍຸການ2016-2021
ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ
ເຮັດວຽກກັບແຂວງທ້າຍບິ່ງ
(ພາບ: TTXVN)
(vovworld) - ວັນທີ 27/04, ຄະນະປະຕິບັດງານຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ ໂດຍທ່ານນາງຮອງປະທານປະເທດ, ຮອງປະທານຄະນະກຳມະການເລືອກຕັ້ງແຫ່ງຊາດ ດັ້ງທິງອກທິ້ງ ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2016 – 2021 ຢູ່ແຂວງ ນາມດິ້ງ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ຕີລາຄາສູງເລື່ອງ ນາມດິ້ງ ໄດ້ເປັນເຈົ້າການ, ຮີບເຮັ່ງຜັນຂະຫຍາຍວຽກງານກະກຽມໃຫ້ການເລືອກຕັ້ງຢ່າງຄົບຊຸດ, ຖືກຕາມກົດໝາຍ. ທ່ານນາງຮອງປະທານປະເທດ ກໍໃສ່ໃຈວ່າ, ໃນໄລຍະຈະມາເຖິງ, ແຂວງ ຕ້ອງສືບຕໍ່ປະຕິບັດວຽກງານໂຄສະນາໃຫ້ປະຊາຊົນເຂົ້າໃຈແຈ້ງພັນທະ, ສິດຜົນປະໂຫຍດຂອງຕົນສຳລັບການປ່ອນບັດເລືອກຕັ້ງ ແມ່ນການປະກອບສ່ວນສ້າງລັດແຫ່ງນິຕິບັນຍັດຂອງປະຊາຊົນ ໂດຍປະຊາຊົນ, ເພື່ອປະຊາຊົນຢ່າງແທ້ຈິງ …ແລະ ກໍໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ກໍ່ໄດ້ລົງກວດກາວຽກງານກະກຽມການເລືອກຕັ້ງຢູ່ແຂວງທ໋າຍບິ່ງ.
ແລະກໍ່ໃນວັນທີ 27/04, ຫຼາຍທ້ອງຖິ່ນໃນທົ່ວປະເທດຄືລາຍເຈົາ, ກອນຕຸມ, ຟຸ໋ອຽນ ເລີ່ມຕົ້ນຜັນຂະຫຍາຍແຜນການພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ອາຍຸການ 2016 – 2021 ເຊັ່ນດຽວກັນ.