ວຽກງານກະກຽມໃຫ້ ແກ່ເມືອງເກາະ ເຈືອງຊາຕ້ອນຮັບ ບຸນເຕັດໄດ້ສຳເລັດ ແລ້ວ

ວຽກງານກະກຽມໃຫ້ ແກ່ເມືອງເກາະ ເຈືອງຊາຕ້ອນຮັບ ບຸນເຕັດໄດ້ສຳເລັດ ແລ້ວ - ảnh 1
ນັກຮົບ ເຈືອງຊາ ຫໍ່ເຂົ້າຕົ້ມກະກຽມຕ້ອນຮັບບຸນເຕັດ
(ພາບ: congan.com.vn)


   ຕອນເຊົ້າວັນທີ 22 ມັງກອນ, ກົງກັບວັນທີ 29 ບຸນເຕັດປີມະໂຣງ 2012, ວຽກງານກະກຽມໃຫ້ແກ່ພະນັງງານ, ນັກຮົບຢູ່ເມືອງເກາະ ເຈືອງຊາ ແຂວງ ແຄງຮ່ວາຕ້ອນຮັບບຸນເຕັດໄດ້ເປັນທີ່ຮຽບຮ້ອຍແລ້ວ, ດ້ວຍຈິດໃຈເບີກບານມ່ວນຊືນ ປະຢັດ, ມີຄວາມປອດໄພ ແລະ ມີຄວາມກຽມພ້ມສູ້ຮົບຢ່າງສູງ. ໄລຍະກ່ອນທີ່ຈະ ຮອດບຸນເຕັດ, ມີກ່ຳປັ່ນບັນທຸກສິນຄ້າ 3 ລຳຂອງທະຫານເຮືອເຂດ D ​ໄດ້​ຂົນ​ສົ່ງ​ວັດຖຸ​ເຄື່ອງ​ຂອງບຸນເຕັດ​ນັບ​ຮ້ອຍ​ໂຕນ​ໄປ​ຍັງ​ໝູ່​ເກາະ. ພັນ​ໂທ ຫງວຽນ​ວັນ​ທື ຮອງ​ຫົວໜ້າ​ກຳມະການ​ການ​ເມືອງ​ກຳລັງ​ທະຫານ ​ເຈືອງ​ຊາ-ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ D ​ໃຫ້​ຮູ້​ວ່າ : “ ​ແທ່ນ​ບູຊາ​ປະ​ເທດ​ຊາດ ມີ​ຮູບ​ລຸງ​ໂຮ່, ມີ​ພາ​ໝາກ​ໄມ້, ມີ​ແຜ່ນ​ຄຳ​ກອນ, ມີ​ງ່າ​ດອກ​ເໝີຍ, ດອກ​ຄາຍ, ຢູ່​ບາງ​ຈຸດ​ໃນ​ເກາະ​ກໍ​ຍັງ​ມີ​ຕົ້ນ​ໝາກ​ແປ້ນ​ອີກ​ດ້ວຍ. ອັນ​ໄດ້​ສ້າງ​ບັນຍາກາດຕ້ອນຮັບບຸນເຕັດຢ່າງ​ອົບ​ອຸ່ນ. ​ເຖິງ​ວ່າ​ມີ​ຄວາມ​ມ່ວນ​ຊືນ​ຕ້ອນຮັບບຸນເຕັດ, ​ແຕ່​ພວກ​ຂ້າພະ​ເຈົ້າ​ບໍ່​ລືມ​ໜ້າ​ທີ່​ຂອງ​ຕົນ, ຍາມ​ໃດ​ກໍ​ມີ​ສະຕິ​ລະວັງ​ຕົວ, ກຽມພ້ອມ​ສູ້​ຮົບ ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ ທະ​ເລ​ທີ່​ສັກກະຫຼະບູຊາ ຂອງ​ປະ​ເທດ​ຊາດ ”

ຂ່າວ/ບົດ​ອື່ນ