ທ່ານ ຫວໍວັນເຖືອງ
(ພາບປະກອບຈາກ tuoitre.vn)
|
(vovworld) – ວຽກງານໂຄສະນາສຶກສາຕ້ອງໄດ້ຮັບການປ່ຽນໃໝ່ເພື່ອເໝາະສົມກັບສະພາບການຕົວຈິງ - ນີ້ແມ່ນຄຳຮຽກຮ້ອງເຊິ່ງທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ເນັ້ນໜັກທີ່ກອງປະຊຸມຝຶກອົບຮົມວຽກງານໂຄສະນາສຶກສາປີ 2016 ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 29/3, ຢູ່ນະຄອນ ໂຮ່ຈີມິນ. ທີ່ກອງປະຊຸມ, ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ: ຫວຽດນາມ ພວມກະກຽມການເລືອກຕັ້ງສະພາແຫ່ງຊາດຊຸດທີ 14 ແລະ ສະພາປະຊາຊົນທຸກຂັ້ນ, ອາຍຸການ 2016 – 2020, ຂະແໜງໂຄສະນາສຶກສາກໍ່ພວມຮຽບຮຽງເອກະສານຜັນຂະຫຍາຍຄຳສັ່ງຂອງກົມການເມືອງ “ກ່ຽວກັບການຮຳ່ຮຽນ, ຊາບຊຶມ, ໂຄສະນາ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ”. ນີ້ແມ່ນບັນດາເນື້ອໃນຈຸດສຸມຊຶ່ງຂະແໜງໂຄສະນາສຶກສາຕ້ອງຕິດຕາມປະຕິບັດໜ້າທີ່ຂອງຕົນ. ທ່ານ ຫວໍວັນເຖືອງ ຮຽກຮ້ອງໃຫ້ວຽກງານຝຶກອົບຮົມຕ້ອງສະແດງລັກສະນະປ່ຽນໃໝ່ທັງດ້ານເນື້ອໃນ, ວິທີການ, ປຶກສາຫາລືກ່ຽວກັບບັນດາບັນຫາພຶດຕິກຳຕົວຈິງພວມຮຽກຮ້ອງວຽກງານໂຄສະນາສຶກສາເຂົ້າຮ່ວມແກ້ໄຂ, ໄຈ້ແຍກບັນດາສິ່ງຍັງຄົງຄ້າງ ປະຈຸບັນ.