(vovworld) - ນີ້ແມ່ນຄຳຢັ້ງຢືນຂອງ ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ້ກ ໃນການຕ້ອນຮັບ ທ່ານ ອືງຕີກຮຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມສິງກາໂປ ປະຈຳຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ້ກຖືວ່າ : ປີ 2015 ທີ່ເປັນຂີດໝາຍສຳຄັນໃນປະຫວັດສາດ ສິງກາໂປ ພາຍຫຼັງ 50 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ (9/8/1965 – 9/8/2015) ດ້ວຍທີ່ຕັ້ງ ແລະ ບັນບາດນັບມື້ນັບສູງໃນພາກພື້ນອາຊີປາຊີຟີກ ແລະ ໃນໂລກ. ດັ່ງນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນຊວນຟູ້ກ ສະເໜີ ສິງກາໂປ ສືບຕໍ່ຊ່ວຍເຫຼືອ ຫວຽດນາມເພີ່ມທະວີການຂາອອກບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ເຂົ້າຕະຫລາດ ສິງກາໂປ ແລະ ສ້າງເງື່ອນໄຂໃຫ້ບັນດາຜະລິດຕະພັນເຫຼົ່ານີ້ເຂົ້າຮ່ວມລະບົບຂາຍຍ່ອຍຢູ່ສິງກາໂປ ກໍຄືຂາອອກໄປຍັງປະເທດທີ 3.
ສ່ວນ ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສິງກາໂປ ປະຈຳຢູ່ ຫວຽດນາມ ອືງຕີກຮຽນ ຢືນຢັນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງ.
ປະຈຸບັນ ສິງກາໂປ ມີໂຄງການລົງທຶນຢູ່ ຫວຽດນາມ 1.300 ກວ່າໂຄງການ, ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 32,7 ຕື້ USD.