(vovworld) - ວັນທີ 2/6, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກາໂປ Ng Eng Hen ໄດ້ສະເໜີໃຫ້ກອງທັບບັນດາປະເທດ ອາຊີ ຄວນສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງການພິພາດອະທິປະໄຕບົນທະເລຕາເວັນອອກ. ກ່າວຄຳເຫັນທີ່ກອງປະຊຸມ Shangri – La ຄັ້ງທີ 12 ຢູ່ ສິງກາໂປ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກາໂປ Ng Eng Hen ສະແດງຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ, ຖືວ່າ, ບັນດາການພິພາດອະທິປະໄຕລະຫວ່າງ ຈີນ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງອາຊີ ອາດຈະກີດຂວາງການພັດທະນາເສດຖະກິດໃນພາກພື້ນ. ດັ່ງນັ້ນ, ຄວນຊຸກຍູ້ການຮ່ວມມືແທດຈິງ, ພິເສດແມ່ນລະຫວ່າງກອງທັບບັນດາປະເທດ, ເພື່ອແນໃສ່ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານລັດຖະມົນຕີ Ng Eng Hen ກໍ່ຮຽກຮ້ອງໃຫ້ບັນດາປະເທດ ອາຊີ ສ້າງບັນດາຊ່ອງຂໍ້ມູນຂ່າວສານ ແລະ ກົນໄກຮ່ວມມືທຸກຂັ້ນ ເພື່ອແນໃສ່ສະກັດກັ້ນ ຫຼື ຫລຸດຜ່ອນຄວາມເຄັ່ງຕຶງ.
ກ່ອນໜ້ານັ້ນ, ຫວຽດນາມ ໄດ້ສະເໜີບັນດາປະເທດທີ່ມີການຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກ ເຂົ້າຮ່ວມຂໍ້ຕົກລົງບໍ່ນຳໃຊ້ກຳລັງອາວຸດ, ສ່ວນ ບຣູໄນ ສະເໜີສ້າງຕັ້ງສາຍໂທລະຊັບດ່ວນເພື່ອຫລຸດຜ່ອນຄວາມເຄັ່ງຕຶງຢູ່ທະເລ.