ສົ່ງເສີມການລົງທຶນເຂົ້າເຂດສາມຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ
ກອງປະຊຸມສົ່ງເສີມການລົງທຶນ, ກ້ານຄ້າ ແລະ ການທ່ອງທ່ຽວ
ຢູ່ເຂດສາມຫຼ່ຽມພັດທະນາຫວຽດນາມ - ລາວ - ກຳປູເຈຍ
(ພາບ: sggp.org.vn)
(vovworld) - ໃນຂອບເຂດກອງປະຊຸມຄະນະກຳມະການປະສານງານຮ່ວມກ່ຽວກັບ ສາມຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 8, ຕອນເຊົ້າວັນທີ 5/12, ຢູ່ນະຄອນ ກອນຕຸມ ໄດ້ດຳເນີນກອງປະຊຸມສົ່ງເສີມການລົງທຶນ, ກ້ານຄ້າ ແລະ ການທ່ອງທ່ຽວຢູ່ເຂດສາມຫຼ່ຽມພັດທະນາຄັ້ງທີ 7. ໃນປີຜ່ານມາ, ການເຄື່ອນໄຫວຮ່ວມມືລົງທຶນ, ກ້ານຄ້າ ແລະ ການທ່ອງທ່ຽວ ລະຫວ່າງສາມປະເທດຫວຽດນາມ - ລາວ - ກຳປູເຈຍ ໄດ້ດຳເນີນໄປຢ່າງຟົດຟື້ນ. ຍອດວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ລາວໃນປີ 2012 ບັນລຸເກືອບ 900 ລ້ານ USD, ເພີ່ມຂຶ້ນ 18% ເມື່ອທຽບໃສ່ປີ 2011. ຍອດວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ກຳປູເຈຍ ທັງປີ 2012 ຄາດວ່າບັນລຸກວ່າ 3,2 ຕື້ USD, ເພີ່ມຂຶ້ນ 14%. ຢູ່ 5 ແຂວງຂອງຫວຽດນາມທີ່ຂຶ້ນກັບເຂດສາມຫຼ່ຽມພັດທະນາ. ລາວມີ 5 ໂຄງການລົງທຶນ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນກວ່າ 77 ລ້ານ USD. ສ່ວນກຳປູເຈຍ ມີ 2 ໂຄງການ, ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນກວ່າ 18 ລ້ານ USD. ທ່ານ ດັ້ງຊວນກວາງ, ຮອງຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ໃຫ້ຮູ້ວ່າ:
”ກ່ຽວກັບທາງຝ່າຍຫວຽດນາມ, ລັດຖະບານ, ກະຊວງແຜນການ ແລະ ການລົງທຶນ, ພິເສດແມ່ນກົມລົງທຶນຕ່າງປະເທດມີຄວາມເອົາໃຈໃສ່ທີ່ສຸດ ແລະ ມີຫຼາຍໂຄງການດຳເນີນງານ, ໂຄງການສົ່ງເສີມການລົງທຶນ ເພື່ອຍູ້ແຮງການລົງທຶນເຂົ້າເຂດດັ່ງກ່າວ. ແຕ່, ຂ້າພະເຈົ້າຖືວ່າ, ມັນຈະມີປະສິດທິຜົນກວ່າຫຼາຍ, ຖ້າຫາກວ່າລະຫວ່າງສາມປະເທດຫວຽດນາມ - ລາວ - ກຳປູເຈຍ ມີຄວາມເຫັນດີເປັນເອກະພາບຕໍ່ບັນດາໂຄງການດຳເນີນງານຮ່ວມ, ເພື່ອສົມທົບແຫຼ່ງກຳລັງຂອງທຸກປະເທດ, ແນໃສ່ຍູ້ແຮງການເຄື່ອນໄຫວລົງທຶນເຂົ້າເຂດສາມຫຼ່ຽມພັດທະນາໃນໄລຍະຈະມາເຖິງ”.