ສົ່ງເສີມບັນດາວິສາຫະກິດBoliviaເພີ່ມທະວີການ ລົງທຶນແລະການຮ່ວມມືຢູ່ຫວຽດນາມ

ສົ່ງເສີມບັນດາວິສາຫະກິດBoliviaເພີ່ມທະວີການ ລົງທຶນແລະການຮ່ວມມືຢູ່ຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ
 ແລະ ທ່ານ​ປະທານາທິບໍດີ​ Bolivia Evo Morales
(ພາບ: TTXVN)


(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ Bolivia, ວັນ​ທີ 19/5, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ Evo Morales ປະທານາທິບໍດີ​ Bolivia. ທີ່​ການ​ຕ້ອນຮັບ, ການ​ນຳ​ທັງ 2 ທ່ານ​​ໄດ້ແລກປ່ຽນກ່ຽວ​ກັບບາງ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ​ໄດ້​ຊົມ​ເຊີຍ​ບັນ​ດາ​ຜົນງານ​​ດ້ານ​ເສດຖະກິດ-​ສັງຄົມ​ອັນໃຫຍ່​ຫຼວງທີ່ລັດຖະບານ ​ແລະ ປະຊາຊົນ Bolivia ​ບັນລຸ​ໄດ້​ໃນ 10 ປີຜ່ານມາ; ພ້ອມ​ທັງ​ຢືນຢັນ​ວ່າ: ຍາມ​ໃດລັດ ​ແລະ ປະຊາຊົນ ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ ​ແລະ ເປີດ​ກ້ວາງ​ການ​ພົວພັນ​ສາມັກຄີ ​ແລະ ການຮ່ວມ​ມືຫຼາຍ​ດ້ານ​ເຊິ່ງ 2 ຝ່າຍ​ມີ​ຜົນ​ປະ​​ໂຫຍ​ດ. ພິ​ເສດ​​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ຄື: ພະລັງງານ-​ນ້ຳມັນ​ອາຍ​ແກ​ສ,​​ໂທລະ​ຄົມ, ກະສິກຳ...

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ​ຫງວຽນ​ທິຢວານ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ Bolivia ​ແລະ ທ່ານ​ນາງ​ກໍ​ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ສະດວກ ​ເພື່ອ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ແລກປ່ຽນ​ຄ້າຂາຍໂດຍ​ກົງ, ປະກອບສ່ວນ​ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ ​ແລະ ການ​ລົງທຶນ 2 ຝ່າຍ​ຂຶ້ນ​ສູ່​ການ​ພົວພັນ​ດ້ານ​ການ​ເມືອງ-​ການ​ທູດ ລະຫວ່າງ ຫວຽດນາມ ​ແລະ Bolivia.

ຂ່າວ/ບົດ​ອື່ນ