ສຸຊົນບັນລຸການເຕີບໂຕສິນເຊື່ອປີ2017ຢູ່ໃນລະດັບ18%
(vovworld) - ທະນາຄານແຫ່ງລັດໃຫ້ຮູ້ວ່າ: ປີ 2017 ອະນຸຍາດໃຫ້ການເຕີບໂຕສິນເຊື່ອຢູ່ໃນລະດັບ 18%. ທະນາຄານຈະສືບຕໍ່ມີການດັດປັບໃຫ້ເໝາະສົມ, ຍົກອອກອັດຕາດອກເບ້ຍລະຫວ່າງທະນາຄານໃຫ້ເໝາະສົມ. ແລະກໍ່ໃນປີນີ້, ທະນາຄານແຫ່ງລັດຈະຮັກສາຮູບວິທີການບໍລິຫານອັດຕາແລກປ່ຽນເງິນຕາຕາມອັດຕາແລກປ່ຽນເງິນຕາໃຈກາງຄືໃນປີ 2016. ກ່ຽວກັບບ້ວງສິນເຊື່ອ 50.000 – 60.000 ຕື້ດົ່ງສຳລັບຂະແໜງກະສິກຳ, ທະນາຄານແຫ່ງລັດພວມຄົ້ນຄ້ວາວິທີການຜັນຂະຫຍາຍ, ແຫລ່ງທຶນຈະລະດົມຈາກເລື່ອງສ້າງຄວາມດຸ່ນດ່ຽງລະຫວ່າງບັນດາທະນາຄານການຄ້າ, ໃນນັ້ນຕົ້ນຕໍ່ແມ່ນຈາກທະນາຄານກະສິກຳ ແລະ ພັດທະນາຊົນນະບົດ (Agribank). ທ່ານນາງ ຫງວຽນທິຖູ໋ຍແຫ້ງ, ຮອງຫົວໜ້າກົມສິນເຊື່ອ ບັນດາຂະແໜງເສດຖະກິດ (ທະນາຄານແຫ່ງລັດ) ໃຫ້ຮູ້ວ່າ:
“ໃນປີ 2017, ທະນາຄານແຫ່ງລັດສືບຕໍ່ບໍລິຫານນະໂຍບາຍສິນເຊື່ອຕາມທິດຄວບຄຸມຂອບຂະໜາດສິນເຊື່ອໃຫ້ເໝາະສົມ, ປອດໄພ, ມີປະສິດທິຜົນ, ສ້າງຄວາມສະດວກເພື່ອໃຫ້ບັນດາວິສາຫະກິດສຳຜັດກັບທຶນ, ສຸມສິນເຊື່ອໃຫ້ບັນດາຂົງເຂດບຸລິມະສິດຕາມການຊີ້ນຳຂອງລັດຖະບານ. ທະນາຄານແຫ່ງລັດຈະຊີ້ນຳບັນດາທະນາຄານການຄ້າສືບຕໍ່ຜັນຂະຫຍາຍບັນດາລາຍການສິນເຊື່ອສຳລັບຂະແໜງ, ຂົງເຂດຈຸດສຸມ, ຕັ້ງໜ້າສົມທົບກັບບັນດາກະຊວງ, ຂະແໜງການ, ບັນດາຫົວໜ່ວຍກ່ຽວຂ້ອງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ວິສາຫະກິດຢູ່ 4 ແຂວງພາກກາງ ແລະ ບັນດາເຂດປະສົບກັບຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຈາກໄພທຳມະຊາດ, ສ້າງເງື່ອນໄຂສະດວກໃນການປະຕິບັດບັນດາລາຍການສິນເຊື່ອນະໂຍບາຍໃຫ້ບັນດາຄອບຄົວທຸກຍາກ.”