(vovworld) – ຕອນເຊົ້າວັນທີ 19/02, ຢູ່ແຂວງຮ່າຕີ້ງ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່າຕີ້ງ ຈັດຕັ້ງບຸນເຕັດປູກຕົ້ນໄມ້ ຮູ້ບຸນຄຸນປະທານໂຮ່ຈິມິນຕະຫຼອດໄປ ບຸນເຕັດປີວອກ 2016, ດ້ວຍການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະ ປະຊາຊົນແຂວງຮ່າຕີ້ງ 1.000 ຄົນ. ອ້າຍ ຫງວຽນດັກວິງ, ເລຂາຜູ້ທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໃຫ້ຮູ້ວ່າ.
“ຄະນະຊາວໜຸ່ມທຸກຂັ້ນ ອີງໃສ່ເງື່ອນໄຂລະອຽດຂອງທ້ອງຖິ່ນເພື່ອສືບຕໍ່ຜັນຂະຫຍາຍ ບັນດາການເຄື່ອນໄຫວປູກຕົ້ນໄມ້ ຮູ້ບຸນຄຸນປະທານໂຮ່ຈິມິນຕະຫຼອດໄປ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ. ໃນນັ້ນເອົາໃຈໃສ່ເຖິງການປູກຕົ້ນໄມ້ໃນເຂດຊຸມຊົນ, ປູກຕົ້ນໄມ້ເຂດປ່ານ້ຳເຂັມ, ປ່າປ້ອງກັນ… ປະຕິບັດວຽກງານໂຄສະນາ, ຂົນຂວາຍສະມາຊິກຊາວໜຸ່ມ, ຊາວໜຸ່ມເຍົາວະຊົນ ເຂົ້າຮ່ວມການປູກປ່າ, ປົກປັກຮັກສາປ່າ ຕິດພັນກັບການພັດທະນາເສດຖະກິດສັງຄົມ, ປົກປັກຮັກສາຊີວະນາໆພັນ, ປະກອບສ່ວນຫຼຸດຜ່ອນໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.