ສິນຄ້າເກືອບ 200.000 ໂຕນນຳເຂົ້າທ່າກ່ຳປັ່ນກ໋າຍເລີນໃນມື້ຕົ້ນປີໃໝ່
ທ່າກ່ຳປັ່ນ ກ໋າຍເລີນ, ແຂວງກວາງນິງ
(ພາບ: baoquangninh.com.vn)
(vovworld) - ໃນມື້ທຳອິດຕົ້ນປີໃໝ່ 2017, ຢູ່ບັນດາທ່າກ່ຳປັ່ນ ກ໋າຍເລີນ, ແຂວງກວາງນິງ ໄດ້ຂົນຖ່າຍບັນດາກ່ຳປັ່ນສິນຄ້າທຳອິດໃນຕົ້ນປີ 2017 ໃຫ້ກ່ຳປັ່ນສາກົນ 6 ລຳ, ດ້ວຍປະລິມານສິນຄ້າເຮັດລະບຽບການພາສີຜ່ານຊາຍແດນບັນລຸ 200.000 ໂຕນ. ໃນນັ້ນຢູ່ບັນດາທ່າກ່ຳປັ່ນຂອງບໍລິສັດ CP ທ່າກ່ຳປັ່ນກວາງນິງ, ໄດ້ຮັບບັນດາກ່ຳປັ່ນທີ່ຂົນຖ່າຍສິນຄ້າທີ່ມາຈາກບັນດາປະເທດຄື: Panama, Cyprus, Micronesia. ສ່ວນຢູ່ທ່າກ່ຳປັ່ນ Container ສາກົນກ໋າຍເລີນ ກໍ່ໄດ້ຮັບບັນດາກ່ຳປັ່ນທີ່ຂົນຖ່າຍສິນຄ້າທີ່ມາຈາກ Panama.