ສັນຍາ ການຄ້າເສລີ ຫວຽດນາມ - ອັງກິດ ຈະມີຜົນສັກສິດໂດຍໄວ
(VOVWORLD) - ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດຢ່າງເປັນທາງການ, ລັດຖະບານ ຫວຽດນາມ ໄດ້ປະກາດມະຕິວ່າດ້ວຍການອະນຸມັດຜ່ານສັນຍາສະບັບດັ່ງກ່າວ ແລະ ຈະສຳເລັດລະບຽບການໃນເດືອນ ມີນານີ້.
ການໂອ້ລົມສົນທະນາທາງໂທລະສັບ (ພາບ: BNEWS/TTXVN) |
ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ເລີ່ມມີຜົນບັງຄັບໃຊ້ຊົ່ວຄາວນັບແຕ່ວັນທີ 1 ມັງກອນ ປີ 2021 ເພື່ອແນໃສ່ຮັບປະກັນການເຄື່ອນໄຫວທາງດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອັງກິດ ໃຫ້ບໍ່ຖືກຂາດວັກຂາດຕອນ. ນອກຈາກນັ້ນ, ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດຢ່າງເປັນທາງການ, ລັດຖະບານ ຫວຽດນາມ ໄດ້ປະກາດມະຕິວ່າດ້ວຍການອະນຸມັດຜ່ານສັນຍາສະບັບດັ່ງກ່າວ ແລະ ຈະສຳເລັດລະບຽບການໃນເດືອນ ມີນານີ້.
ນີ້ແມ່ນການແບ່ງປັນຂອງທ່ານຮອງລັດຖະມົນຕີກະຊວງງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງອານ ໃນການໂອ້ລົມສົນທະນາທາງໂທລະສັບກັບ ທ່ານ Greg Hands ຜູ້ວ່າການຮັບຜິດຊອບກ່ຽວກັບນະໂຍບາຍການຄ້າ ອັງກິດ ໃນຕອນບ່າຍວັນທີ 16 ມີນາ ເພື່ອແລກປ່ຽນກ່ຽວກັບບາງເນື້ອໃນ; ໃນນັ້ນ ໄດ້ສຸມໃສ່ການຈັດຕັ້ງ ກອງປະຊຸມຄັ້ງທີ 12 ຄະນະກຳມະການປະສົມ ຫວຽດນາມ ອັງກິດ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ໃນເດືອນສິງຫາ ປີ 2021. ທ່ານຮອງລັດຖະມົນຕີ ດັ້ງຮວ່າງອານ ກໍໃຫ້ຮູ້ວ່າ, ຝ່າຍ ຫວຽດນາມ ຈະປະຕິບັດສຳເລັດລະບຽບການປະກາດກ່ຽວກັບການອະນຸມັດຜ່ານ ສັນຍາ ສະບັບດັ່ງກ່າວ ໃຫ້ແກ່ ອັງກິດ ພາຍໃນເດືອນ ມີນານີ້ ເພື່ອໃຫ້ສັນຍາສະບັບດັ່ງກ່າວ ມີຜົນສັກສິດໃນວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ.