ສັນຕະປະປາສົ່ງສານສັນຕິພາບເນື່ອງໃນໂອກາດວັນບຸນຄິຼດສະມາດປີ2016
ສັນຕະປະປາ Francis ຮຽກຮ້ອງໃຫ້ສັນຕິພາບແກ່ໜ່ວຍ
ພິພົບທີ່ຍັງມີສົງຄາມ ແລະ ການໃຊ້ຄວາມຮຸນແຮງ
(ພາບ: AFP/TTXVN)
(vovworld) – ວັນທີ 25/12 ໃນສານມູນເຊື້ອເນື້ອໃນໂອກາດວັນບຸນຄິຼດສະມາດ, ສັນຕະປະປາ Francis ຮຽກຮ້ອງໃຫ້ສັນຕິພາບແກ່ໜ່ວຍພິພົບທີ່ຍັງມີສົງຄາມ ແລະ ການໃຊ້ຄວາມຮຸນແຮງ ພ້ອມທັງສະແດງຄວາມເຫັນໃຈສຳລັບບັນດາຜູ້ປະສົບເຄາະຮ້າຍຈາກການກໍ່ການຮ້າຍ ພາຍຫລັງ 1 ປີທີ່ເກີດບັນດາເຫດບຸກໂຈມຕີຢ່າງນອງເລືອດ. ກ່າວຄຳເຫັນຕໍ່ໜ້າມວນຊົນ 40.000 ຄົນ ທີ່ເທວະສະຖານ St. Peter ຢູ່ Vatican, ສັນຕະປະປາ ອາຍຸ 80 ປີຊາວ ອັກຊັງຕິນ ຮຽກຮ້ອງ ຢຸດຮົບຢູ່ ຊີຣີ ແລະ ເນັ້ນໜັກ “ໄດ້ມີການບຸກໂຈມຕີນອງເລືອດຫລາຍຄັ້ງແລ້ວ” ແລະ ໃນປະຈຸບັນວິກິດການໄດ້ກ້າວເຂົ້າສູ່ປີທີ 6. ສັນຕະປະປາຢືນຢັນວ່າ ຮອດຈຸດເວລາທີ່ປະຊາຄົມສາກົນຮ່ວມແຮງຮ່ວມໃຈກັນຊອກຫາມາດຕະການສັນຕິພາບຜ່ານການເຈລະຈາ ແລະ ຜ່ອນສັ້ນຜ່ອນຍາວ. ຄຽງຂ້າງນັ້ນ ສັນຕະປະປາ ກໍ່ຮຽກຮ້ອງໃຫ້ສ້າງສັນຕິພາບຢູ່ ອີຣັກ, ລີບີ ແລະ ເຢແມນ ເຊິ່ງແມ່ນແຫ່ງທີ່ປະຊາຊົນພວມຖືກຮັບເຄາະຮ້າຍຈາກສົງຄາມ ແລະ ຄວາມຮຸນແຮງໃນການກໍ່ການຮ້າຍ, ພ້ອມທັງສະແດງຄວາມຫວັງວ່າ ບັນດາການປະທະກັນຢູ່ຫລາຍປະເທດ ອາຟຣິກກາ ຈະສິ້ນສຸດລົງເຊິ່ງລວມມີ ໄນຈີເນຍ ແລະ ຊູດັງໃຕ້.