ສົນທິສັນຍາ START-3 ຈະໄດ້ລົງນາມກ່ອນການເລືອກຕັ້ງປະທານາທິບໍດີອາເມລິກາ
(VOVWORLD) -
ອາເມລິກາໃຫ້ຮູ້ວ່າ ສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (ສົນທີສັນຍາ START-3) ລະຫວ່າງລັດເຊຍ ແລະ ອາເມລິກາ ຈະໄດ້ລົງນາມກ່ອນຈັດການເລືອກຕັ້ງປະທານາທິບໍດີອາເມລິກາ ໃນຕົ້ນເດືອນພະຈິກທີ່ຈະມາເຖິງ.
ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ: ຂໍ້ຕົກລົງກ່ຽວກັບບັນດາຫຼັກການໃນສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ຂອງອາເມລິກາ ສະເໜີ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກຝ່າຍລັດເຊຍ ແລ້ວ.
ທ່ານ Joe Biden (ພາບ: TTXVN)
|
ໃນເຫດການກ່ຽວຂ້ອງເຖິງການເລືອກຕັ້ງປະທານາທິບໍດີອາເມລິກາ, ການຢັ່ງຫາສຽງໂດຍ CBS News-YouGov ປະຕິບັດໃຫ້ເຫັນວ່າ, ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກປະຊາທິປະໄຕ Joe Biden ສືບຕໍ່ຮັກສາການນຳໜ້າຕໍ່ປະທານາທິບໍດີອາເມລິກາ ຄົນປະຈຸບັນ, ທ່ານ Donald Trump ຢູ່ບັນດາລັດຕົ້ນຕໍຄື Michigan ແລະ Nevada, ໃນຂະນະທີ່ສອງຝ່າຍມີທ່າເທົ່າເທຽມກັນຢູ່ລັດ Iowa.