ສູນວາງຢາສະຫລົບ,ໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ
ຕ້ອນຮັບນາມມະຍົດວິລະຊົນແຮງງານ
|
(vovworld) – ຕອນບ່າຍວັນທີ 26/2, ຢູ່ ຮ່າໂນ້ຍ, ໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ຈັດຕັ້ງ “ພິທີສະເຫຼີມສະຫຼອງ 61 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955 – 27/2/2016) ແລະ ຕ້ອນຮັບນາມມະຍົດວິລະຊົນແຮງງານຂອງສູນວາງຢາສະຫລົບ ແລະ ຟື້ນຟູຊີບ”. ນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມອບນາມມະຍົດວິລະຊົນແຮງງານໃຫ້ແກ່ໝູ່ພະນັກງານສູນວາງຢາສະຫລົບ ແລະ ຟື້ນຟູຊີບ ແລະ ມອບຫຼຽນໄຊແຮງງານໃຫ້ 2 ບຸກຄົນຂອງໂຮງໝໍແຫ່ງນີ້ທີ່ມີຜົນງານດີເດັ່ນໃນການເບິ່ງແຍງຮັກສາສຸຂະພາບໃຫ້ແກ່ປະຊາຊົນ.
ກ່າວຄຳເຫັນທີ່ພິທີ, ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ເນັ້ນໜັກວ່າ: ຄວາມເປັນກຽດອັນໃຫຍ່ຫຼວງນີ້ແມ່ນການປະກອບສ່ວນຂອງພະນັກງານການແພດ ແລະ ພາລະກອນຂອງໂຮງໝໍ ແລະ ສູນຜ່ານໄລຍະຕ່າງໆ. ແຕ່ລະໝູ່ຄະນະ ແລະ ພາລະກອນຂອງໂຮງໝໍຕ້ອງສືບຕໍ່ສູ້ຊົນຍູ້ແຮງວຽກງານວິຊາຊີບ, ຄົ້ນຄ້ວາວິທະຍາສາດ ແລະ ໝູນໃຊ້, ບຳລຸງສ້າງແນະນຳວິຊາຊີບໃຫ້ແກ່ຂັ້ນລຸ່ມ, ປ່ຽນໃໝ່ຈິດໃຈ, ວີຖີການຮັບໃຊ້ຄົນເຈັບເພື່ອກາຍເປັນສູນແຖວໜ້າຂອງທົ່ວປະເທດ.