ສິ້ນສຸດລາຍການ “ລະດູບານໃຫມ່ເຂດທະເລໝູ່ເກາະ”ຢູ່ແຂວງແຄງຮ່ວາ
ບັນດານັກຮົບເຂົ້າຮ່ວມລາຍການແຕ້ມຕົວຫນັງສື
ພາບ:baokhanhhoa.com
|
(vovworld)- ລາຍການ “ລະດູບານໃຫມ່ເຂດທະເລໝູ່ເກາະ” ໂດຍຄະນະຊາວຫນຸ່ມນະຄອນໂຮ່ຈິມີນຈັດຂຶ້ນຢູ່ ກາມແຣງ ແຂວງ ແຄງຮວ່າ ແຕ່ວັນທີ 10-12/1/2017. ເຂົ້າຮ່ວມລາຍການດັ່ງກ່າວ ມີນັກສິລະປິນ, ຊາວຫນຸ່ມຮັບຮ້ອຍໆຄົນ ພ້ອມກັບພະນັກງານ, ທະຫານເຮືອກວ່າ 3000 ຄົນ ດ້ວຍການເຄື່ອນໄຫວຕ່າງໆຄື: ຫໍ່ເຂົ້າຕົ້ມ, ພົວພັນແລກປ່ຽນສິລະປະ, ມອບຂອງຂວັນບຸນເຕັດ, ມອບທຶນການສຶກສາໃຫ້ແກ່ລູກຫລານພະນັກງານ, ນັກຮົບປະສົບກັບຄວາມຫຍຸ້ງຍາກ 50 ທຶນ. ໃນໂອກາດນີ້, ບັນດານັກຮ້ອງຂອງນະຄອນໂຮ່ຈິມີນກໍໄດ້ສະແດງລາຍການສິລະປະທີ່ເປັນເອກະລັກສະເພາະກ່ຽວກັບເຂດທະເລໝູ່ເກາະ, ຍ້ອງຍໍຄວາມຮັກຕໍ່ບ້ານເກີດເມືອງນອນຂອງປະເທດຊາດ. ພັນໂທ ຫງວຽນຫືວມີງ, ກຳມະການການເມືອງກອງພັນນ້ອຍກຳປັ່ນດຳນ້ຳ 189 ໃຫ້ຮູ້ວ່າ:
“ເລື່ອງຈັດລາຍການ ລະດູບານໃຫມ່ເຂດທະເລໝູ່ເກາະ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມີນ ທີ່ມີຕໍ່ນັກຮົບ, ເປັນການລະດົມກຳລັງໃຈທະຫານມີຄວາມຕັດສິນໃຈກວ່າໃນການຮ່ຳຮຽນ, ຝືກຝົນຫລໍ່ຫລອມ, ສູ້ຊົນເພື່ອສຳເລັດຫນ້າທີ່, ສ້າງບັນຍາກາດເພື່ອໃຫ້ທະຫານມີຄວາມອຸ່ນອ່ຽນໃຈຕ້ອນຮັບບຸນປີໃຫມ່ປະຈຳຊາດ.”