ສືບຕໍ່ກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ

ສືບຕໍ່ກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ພາບປະກອບ

(vovworld) – ທີ່​ກອງປະຊຸມ​ຄັ້ງ​ທີ 29, ​ຕອນ​​ເຊົ້າ​ວັນ​ທີ 15/7, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້ປຶກສາ​ຫາລື​ບາງ​ບັນຫາ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້​ມຄອງ, ນຳ​ໃຊ້​ທຶນ​ຂອງ​ລັດ​ເຂົ້າ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະ​ສັງ​ຫະລິ​ມະ​ຊັບ (ສະບັບ​ປັບປຸງ). ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທຶນ​ຂອງ​ລັດ​ເຂົ້າ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ມີບາ​ງຄຳ​ເຫັນ​ຖື​ວ່າ: ຂອບເຂດ​ການ​ປັບປຸງ​ຂອງ​ກົດໝາຍ​ແມ່ນ​ກ້ວາງ​ຂວາງ​ທີ່ສຸດ, ສະ​ເໜີ​ກວດກາ​ຄືນ​ເພື່ອ​ຫຼີກ​ລ້ຽງ​ການ​​ຊ້ອນ​ກັນກັບ​ບັນດາ​ກົດໝາຍ​ກ່ຽວຂ້ອງ​ຄື: ກົດໝາຍ​ວ່າ​ດ້ວຍການ​ລົງທຶນ​ແຫ່​ງລັດ, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (​ສະບັບປັບປຸງ). ຜູ້ຕາງໜ້າ​ອົງການ​ກວດສອບ, ກຳມາທິການເສດຖະກິດ​​ສະພາ​ແຫ່ງ​ຊາດ, ສະ​ເໜີ​ຊື່ເອີ້ນຂອງ​ຮ່າງ​ກົດໝາຍ​ແມ່ນ “ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທຶນ​ຂອງ​ລັດ​​ເຂົ້າ​ໃນ​ການ​ຜະ​ລິດ, ດຳ​ເນີນ​ທຸລະ​ກິດ​ຢູ່​ວິ​ສາ​ຫະກິດ” ​ເພື່ອ​ຮັດ​ແຄບ​ຂອບເຂດ​ການ​ປັບປຸງ​ກົດໝາຍ​ສະບັບ​ນີ້. ຕາມ​ນັ້ນ​ແລ້ວ, ກົດໝາຍສະບັບນີ້ພຽງ ກຳນົດບັນດາເນື້ອໃນກ່ຽວກັບການຄຸ້ມຄອງ, ນຳໃຊ້ທຶນຂອງລັດເຂົ້າໃນການຜະລິດ, ດຳເນີນທຸລະກິດຢູ່ວິສາຫະກິດ. ສ່ວນເລື່ອງລົງທຶນເຂົ້າໃນບັນດາໂຄງການ, ແຜນຮ່າງ ກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ ສັງຄົມໄດ້ຮັບການກຳນົດໃນກົດໝາຍວ່າດ້ວຍການ ລົງທຶນແຫ່ງລັດ, ຄຸ້ມຄອງບໍລິຫານວິສາຫະກິດໄດ້ຮັບການກຳນົດໃນຮ່າງກົດໝາຍ ວ່າດ້ວຍວິສາຫະກິດ (ສະບັບປັບປຸງ).

    ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອາສັງຫະລິມະຊັບ (ສະບັບປັບປຸງ), ຄຳເຫັນສ່ວນຫຼາຍໄດ້ເຫັນດີເຫັນພ້ອມກັບຂໍ້ກຳນົດຕ້ອງມີການຄ້ຳປະກັນກ່ອນທີ່ຂາຍເຮືອນຢູ່ທີ່ຈະໄດ້ຮັບການກໍ່ສ້າງໃນອະນາຄົດເພື່ອປະກອບສ່ວນປົກປ້ອງສິດຜົນປະໂຫຍດຂອງລູກຄ້າ, ຮັບປະກັນເລື່ອງ ເຈົ້າຂອງລົງທຶນນຳໃຊ້ເງິນທຶນຂອງລູກຄ້າຖືກຕາມ ຈຸດປະສົງ.

ຂ່າວ/ບົດ​ອື່ນ