ສືບຕໍ່ກອງປະຊຸມລັດຖະບານປະຈຳເດືອນມິຖຸນາ

(VOVWORLD) -ໂດຍສືບຕໍ່ກອງປະຊຸມລັດຖະບານເດືອນມິຖຸນາ, ຕອນບ່າຍວັນທີ 03 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາສະມາຊິກລັດຖະບານ ໄດ້ຮັບຟັງຄຳເຫັນຂອງທ້ອງຖິ່ນຕ່າງໆ; ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ

ສືບຕໍ່ກອງປະຊຸມລັດຖະບານປະຈຳເດືອນມິຖຸນາ - ảnh 1 ສືບຕໍ່ກອງປະຊຸມລັດຖະບານປະຈຳເດືອນມິຖຸນາ

(ພາບ: VGP)

ສ່ອງແສງບັນດາສິ່ງທີ່ຍັງຄົງຄ້າງ, ຄວາມຫຍຸ້ງຍາກຢູ່ແຕ່ລະທ້ອງຖິ່ນ, ຂົງເຂດ; ພ້ອມທັງສະເໜີບັນດາມາດຕະການແກ້ໄຂຢ່າງລະອຽດນັບແຕ່ນີ້ຮອດທ້າຍປີ, ຮັບປະກັນປະຕີບັດສຳເລັດໜ້າທີ່ເສດຖະກິດ - ສັງຄົມ ໃຫ້ທັງປີ 2017.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີຕ້ອງຮີບເຮັ່ງຍູ້ແຮງຄວາມຄືບໜ້າການຫັນລັດວິສາຫະກິດເປັນຫຸ້ນສ່ວນ; ພ້ອມທັງຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕິດພັນກັບຮູບແບບການເຕີບໂຕ; ເອົາໃຈໃສ່ພັດທະນາບັນດາຂົງເຂດເຊິ່ງແມ່ນທ່າແຮງຂອງຫວຽດນາມ ຄື: ກະສິກຳ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງ, ການຜະລິດ, ຍູ້ແຮງການສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ