ສືບຕໍ່ການເຈລະຈາ ສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ
ທ່ານ Vu Huy Hoang ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຕ້ອນຮັບຄະນະຜູ້ແທນກະຊວງການຕ່າງປະເທດ ແລະ ການຄ້າ ສເກົາຫລີ
ພາບ: tinmoi.com
|
(vovworld) - ວັນທີ 6/8 ຢູ່ ຮ່າໂນ້ຍ, ທ່ານ Vu Huy Hoang ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ທ່ານ Bark Tae Ho ລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ສາທາລະນະລັດ ເກົາຫລີ (ສ ເກົາຫລີ)ໄດ້ຖະແຫລງຢ່າງເປັນທາງການຈະສືບຕໍ່ການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ ເພື່ອປະຕິບັດຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດ. ລັດຖະມົນຕີທັງສອງທ່ານໄດ້ເຫັນດີເປັນເອກະສັນກັນຈະເຈລະຈາສັນຍາການຄ້າເສລີໃຫ້ສອດຄອ່ງກັບບັນດາຫລັກການຂອງອົງການການຄ້າໂລກ ແລະ ປັບປຸງບັນດາຄຳໝັ້ນສັນຍາໃນສັນຍາການຄ້າເສລີ ອາຊຽນ - ສ ເກົາຫລີ. ສອງຝ່າຍໄດ້ເຫັນດີຂອບເຂດ ແລະ ຂົງເຂດປັບປຸງຂອງສັນຍາຈະລວມມີ: ການຄ້າ, ບໍລິການ, ການລົງທຶນ, ບັນດາຫລັກການຮ່ວມມືເສດຖະກິດ ແລະບັນຫາຕ່າງໆຊຶ່ງທັງສອງຝ່າຍຕ່າງກໍມີຄວາມສົນໃຈ. ສອງຝ່າຍໄດ້ເຫັນດີຈະຈັດການເຈລະຈາຮອບທຳອິດເພື່ອປຶກສາຫາລືລະອຽດກ່ຽວກັບຂອບເຂດ ແລະ ຂົງເຂດປັບປຸງຂອງສັນຍາ, ອົງປະກອບ ແລະ ວິທີການເຈລະຈາ.