ສືບຕໍ່ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອົດສະຕາລີ ກັບມາປະເທດ

(VOVWORLD) - ສະພາບການໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ ເຮັດໃຫ້ນັບມື້ນັບມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດຈຳນວນຫລາຍ ຢາກກັບມາປະເທດ. 
ສືບຕໍ່ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອົດສະຕາລີ ກັບມາປະເທດ - ảnh 1ສືບຕໍ່ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອົດສະຕາລີ ກັບມາປະເທດ 

  ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ບັນດາອົງການເຈົ້າໜ້າທີ່ຂອງ ຫວຽດນາມ ພວມກະກຽມຈັດຖ້ຽວບິນເທື່ອທີ 4 ເພື່ອນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອົດສະຕາລີ ກັບມາປະເທດ. ຕາມນັ້ນແລ້ວ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney, Perth ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ຈະຈັດຖ້ຽວບິນຈາກ Sydney ກັບມາປະເທດໃນຕົ້ນເດືອນ ສິງຫາ 2020. ເປົ້າໝາຍທີ່ໄດ້ຮັບບຸລິມະສິດກັບມາປະເທດໃນຖ້ຽວບິນນີ້ ແມ່ນນັກຮຽນມີອາຍຸຕ່ຳກ່ວາ 18 ປີ; ນັກສຶກສາທີ່ໄດ້ພັກການຮຽນໄວ້ ຫຼື ຮຽນຈົບຫຼັກສູດແລ້ວ; ຜູ້ມີອາຍຸສູງກ່ວາ 60 ປີພວມປິ່ນປົວພະຍາດ, ແຂກທ່ອງທ່ຽວ, ຜູ້ທີ່ໄປປະຕິບັດງານໄລຍະສັ້ນແລ້ວຖືກຕົກຄ້າງ ແລະ ບັນດາກໍລະນີຫຍຸ້ງຍາກພິເສດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ