ວາລະປະຊຸມຄົບຄະນະຄັ້ງທຳອິດຂອງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ
(ພາບ: VGP/Nhật Bắc)
|
(vovworld) – ຕອນບ່າຍວັນທີ 03/03, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ເປັນປະທານວາລະປະຊຸມຄົບຄະນະຄັ້ງທຳອິດຂອງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ເພື່ອແນໃສ່ວາງອອກທິດທາງ, ໜ້າທີ່ປີ 2015; ສຸມໃສ່ວຽກງານຕ່າງປະເທດຫຼາຍຝ່າຍ ຫວຽດນາມ ມາຮອດປີ 2020. ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ຊີ້ແຈ້ງວ່າ: ໃນໄລຍະຈະມາເຖິງ ຫວຽດນາມ ຄວນສືບຕໍ່ຢ່າງຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກໃນບັນດາຂົງເຂດ, ໃນນັ້ນອົງການເຊື່ອມໂຍງເສດຖະກິດແມ່ນຈຸດສຸມ. ພ້ອມກັນນັ້ນ, ຕ້ອງເປັນເຈົ້າການໃນການເຂົ້າຮ່ວມ, ສ້າງກົດໝາຍລວມ ເພື່ອແນໃສ່ຮັບໃຊ້ໃຫ້ຜົນປະໂຫຍດແຫ່ງຊາດໄລຍະສັ້ນ ແລະ ໄລຍະຍາວເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ກໍ່ຊີ້ນຳນຳພາສືບຕໍ່ຊຸກຍູ້ການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບດ້ານການເມືອງ, ການທູດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບຢ່າງແຮງ ແລະ ເລິກເຊິ່ງ, ກ້ວາງຂວາງກ່ວາອີກ ເພື່ອແນໃສ່ເພີ່ມທະວີການສະໜັບສະໜູນ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື.
ກ່ຽວກັບດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ສະເໜີໃຫ້ສຸມໃສ່ເຂົ້າໃນການຊຸກຍູ້ການເຈລະຈາບັນດາສັນຍາການຄ້າເສລີ, ເສີມຂະຫຍາຍທ່າໄດ້ປຽບຂອງບັນດາສັນຍາການຄ້າເສລີ ເຊິ່ງໄດ້ຮັບການລົງນາມ ເພື່ອຮັບໃຊ້ໃຫ້ບັນດາຈຸດໝາຍພັດທະນາ, ຍາດແຍງບັນດາແຫຼ່ງກຳລັງຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອຮັບໃຊ້ໃຫ້ຈຸດໝາຍສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ; ປະຕິບັດວຽກງານອາລັກຂາ, ໜູນຊ່ວຍພົນລະເມືອງ ຫວຽດນາມ ພວມຮຳ່ຮຽນ, ທຳມາຫາກິນ ແລະ ດຳລົງຊີວິດຢູ່ຕ່າງປະເທດເປັນຢ່າງດີ.