ສືບຕໍ່ເສີມຂະຫຍາຍພູມປັນຍາ, ກຳລັງແຮງຂອງຜູ້ອາຍຸສູງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ

(VOVWORLD) - ບັນດາການເຄື່ອນໄຫວທີ່ເຊີດຊູຜູ້ອາຍຸສູງດີເດັ່ນ, ລະດົມກຳລັງໃຈ, ສົ່ງເສີມຜູ້ອາຍຸສູງ ຫວຽດນາມ ແລະ ເຂດຕາເວັນຕົກສ່ຽງເໜືອເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ

ສືບຕໍ່ເສີມຂະຫຍາຍພູມປັນຍາ, ກຳລັງແຮງຂອງຜູ້ອາຍຸສູງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 1

ທ່ານນາງ ເຈືອງທິມາຍ

ກ່າວຄຳເຫັນທີ່ກອງປະຊຸມຍ້ອງຍໍຜູ້ອາຍຸສູງດີເດັ່ນຮາກຖານເຂດຕາເວັນຕົກສ່ຽງເໜືອ ໄດ້ດຳເນີນໃນຕອນເຊົ້າວັນທີ 26 ຕຸລາ, ຢູ່ແຂວງ ຕວຽນກວາງ, ທ່ານນາງ ເຈືອງທິມາຍ ຫົວ ໜ້າຄະນະຂົນຂວາຍປະຊາຊົນສູນກາງ ຕີລາຄາສູງສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ໄດ້ມີບັນດາການເຄື່ອນໄຫວທີ່ເຊີດຊູຜູ້ອາຍຸສູງດີເດັ່ນ, ລະດົມກຳລັງໃຈ, ສົ່ງເສີມຜູ້ອາຍຸສູງ ຫວຽດນາມ ແລະ ເຂດຕາເວັນຕົກສ່ຽງເໜືອເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ:

        “ເພື່ອສາມາດປະຕິບັດໄດ້ຈຸດໝາຍນີ້, ລັດຕ້ອງປະກາດໃຊ້ບັນດານະໂຍບາຍເພື່ອຮັບປະກັນໃຫ້ຜູ້ອາຍຸສູງ ບໍ່ພຽງແຕ່ມີອາຍຸສູງເທົ່ານັ້ນ ຫາກຍັງສຳຄັນກ່ວາແມ່ນຍົກສູງຈຳນວນປີທີ່ດຳລົງຊີວິດແຂງແຮງອີກດ້ວຍ, ມຸ່ງໄປເຖິງຄຸນນະພາບໃນການດຳລົງຊີວິດຢ່າງແທດຈິງໃຫ້ແກ່ຊີວິດຂອງຜູ້ອາຍຸສູງ. ພ້ອມກັນນັ້ນ ກໍ່ຕ້ອງເສີມຂະຫຍາຍຄວາມສາມາດ, ບົດບາດຂອງຜູ້ ອາຍຸສູງໃນບັນດາຈຸດໝາຍພັດທະນາຂອງປະເທດຊາດ.

        ທີ່ກອງປະຊຸມ ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບຂອງຂວັນ ແລະ ໃບຍ້ອງຍໍໃຫ້ຜູ້ອາຍຸສູງດີເດັ່ນເຂດຕາເວັນຕົກສ່ຽງເໜືອ 112 ຄົນ.

ສືບຕໍ່ເສີມຂະຫຍາຍພູມປັນຍາ, ກຳລັງແຮງຂອງຜູ້ອາຍຸສູງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 2 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບຂອງຂວັນ ແລະ ໃບຍ້ອງຍໍໃຫ້ຜູ້ອາຍຸສູງດີເດັ່ນ

ຕອບກັບ

ຂ່າວ/ບົດ​ອື່ນ