ສັບປະດາພະລັງງານຜະລິດຄືນໃໝ່ຫວຽດນາມປີ 2016
ສັບປະດາພະລັງງານຜະລິດຄືນໃໝ່ປີ 2016
(ພາບ: tapchicongsan.org.vn)
(vovworld) - ໃນລະຫວ່າງວັນທີ 15 – 16/11, ຢູ່ນະຄອນ ເກີນເທີ, ຄະນະຊີ້ນຳເຂດທາງທິດຕາເວັນຕົກພາກໃຕ້ສົມທົບກັບສະຫະພັນພະລັງງານ ຫວຽດນາມ, ສູນພັດທະນາຫົວຄິດປະດິດສ້າງຂຽວ, ຈັດຕັ້ງສັບປະດາພະລັງງານຜະລິດຄືນໃໝ່ປີ 2016, ເຂົ້າຮ່ວມສັບປະດາພະລັງງານຜະລິດຄືນໃໝ່ ຫວຽດນາມ ປີ 2016 ມີບັນດານັກຊ່ຽວຊານກ່ຽວກັບດ້ານພະລັງງານ; ນັກວິທະຍາສາດພາຍໃນປະເທດ ແລະ ສາກົນ; ການນຳບັນດາພະແນກ, ຄະນະ, ຂະແໜງການຢູ່ເຂດທົ່ງພຽງແມ່ນ້ຳຂອງທາງທິດໃຕ້ ຫວຽດນາມ. ສັບປະດາມີບັນດາເຫດການດີເດັ່ນຄື: ງານວາງສະແດງຮູບການພະລັງງານ; ສາຍຮູບເງົາ; ຈັດຕັ້ງ 2 ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ: “ຍຸດທະສາດພັດທະນາພະລັງງານຜະລິດຄືນໃໝ່, ພັດທະນາພະລັງງານຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ” ແລະ “ຂໍ້ລິເລີ່ມ ແລະະ ພຶດຕິກຳຕົວຈິງການໝູນໃຊ້ພະລັງງານຜະລິດຄືນໃໝ່”; ໂອ້ລົມສົນທະນາ “ພະລັງງານຜະລິດຄືນໃໝ່ໃຫ້ບັນດາປະຊາຄົມທີ່ບໍ່ທັນເຊື່ອມຕໍ່ຕາໜ່າງ”. ທີ່ບັນດາກອງປະຊຸມສຳມະນາ ແລະ ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານສາກົນ, ນັກວິທະຍາສາດພາຍໃນ ແລະ ຕ່າງປະເທດ, ບັນດາທ້ອງຖິ່ນໄດ້ແບ່ງປັນບົດຮຽນອັນລ້ຳຄ່າ ເພື່ອພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ ເພື່ອແນໃສ່ມຸ່ງໄປເຖິງການພັດທະນາແບບຍືນຍົງ.