ສັບປະດາ“ມະຫາສາມັກຄີບັນດາເຜົ່າ-
ມໍລະດົກວັດທະນະທຳຫວຽດນາມ”ປີ2015.
(ພາບອິນເຕີແນັດ)
(vovworld) - ສັບປະດາ“ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ”ປີ2016ຈະດຳເນີນຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປິນ, ພໍ່ແມ່ປະຊາຊົນທີ່ຕາງໜ້າໃຫ້ບັນດາເຜົ່າໃນທົ່ວປະເທດ 120 ຄົນ. ປີນີ້ ລາຍການຈະມີການເຄື່ອນໄຫວຫລາຍຢ່າງ ແນະນຳເຖິງຄຸນຄ່າວັດທະນະທຳຂອງປະຊາຄົມບັນດາເຜົ່າ ຫວຽດນາມ ຄື: ການເສັງ ແລະ ວາງສະແດງຮູບພາບດ້ວຍຫົວຂໍ້ “ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ - ຊາຍຄາລວມຂອງປະຊາຄົມ 54 ຊົນເຜົ່າ ຫວຽດນາມ”; ວາດພາບການດຳລົງຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນບັນດາເຜົ່າ…ທ່ານ ເລີມວັນຄາງ ຜູ້ຮັກສາການຫົວໜ້າຄະນະຄຸ້ມຄອງບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໃຫ້ຮູ້ວ່າ:
“ລາຍການໃນປີນີ້ ໄດ້ຈັດຕັ້ງດ້ວຍ ປ່ຽນໃໝ່, ນັ້ນບໍ່ແມ່ນລາຍການສະແດງສິລະປະທຳມະດາ ຫາກລາຍການເປັນສັບປະດາຈະດຳເນີນດ້ວຍການເຄື່ອນໄຫວ 2 ຢ່າງ. ທີໜຶ່ງແມ່ນ ພວກຂ້າພະເຈົ້າຈັດຕັ້ງ carnavan ເສັ້ນທາງວັດທະນະທຳ, ແນະນຳວັດທະນະທຳຂອງບັນດາເຂດພາກຂອງປະເທດ. ຫລັງຈາກນັ້ນ ລາຍການເປັນສັບປະດາຢ່າງເປັນທາງດານ ດ້ວຍການສະແດງສິລະປະຂ່ຳນັບຮັບຕ້ອນ ແນະນຳ, ເຊີດຊູບັນດາມໍລະດົກວັດທະນະທຳບັນດາເຜົ່າ ຫວຽດນາມ ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”