ສືບລາຊະການລັບເຢຍລະມັນກ່າວເຕືອນISກະກຽມແຜນການບຸກໂຈມຕີກໍ່ການຮ້າຍຢູ່EURO2016

ສືບລາຊະການລັບເຢຍລະມັນກ່າວເຕືອນISກະກຽມແຜນການບຸກໂຈມຕີກໍ່ການຮ້າຍຢູ່EURO2016 - ảnh 1
IS ກໍ່ສ້າງແຜນການບຸກໂຈມຕີໃນເດືອນ Rammadan
(ພາບ: Reuters)

(vovworld) –  ​ແຫຼ່ງຂ່າວ​ຫຼ້າ​ສຸດ​ຈາກ​ອົງການ​ສືບ​ລາຊະການ​ລັບ​ພາຍ​ໃນ​ປະ​ເທດ ​ເຢຍລະ​ມັນ (BfV) ​ໃຫ້​ຮູ້​ວ່າ: ອົງການລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ​ພວມ​ເລັ່ງ​ໃສ່​ການ​ແຂ່ງຂັນບານ​ເຕະ ​ເອີ​ລົບ (EURO 2016) ຮອບ​ຊິງຊະ​ນະ​ເລີດ​ເປັນ​ເປົ້າ​ໝາຍ​ເພື່ອ​ປະຕິບັດ​ບັນດາ​ກົນ​ອຸບາຍ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ. ​ເຖິງ​ຢາງ​ໃດ​ກໍ່ຕາມ, ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ພະຍານ​ຫຼັກ​ຖານ​ລະອຽດ​ໃດໆ​ກ່ຽວ​ກັບ​ແຜນການການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເທື່ອ​​. ການ​ນຳ BfV, ທ່ານ Hans – Georg Maassen ກໍ່​ໃຫ້​ຮູ້​ວ່າ: ນັບ​ມື້​ນັບ​ມີ​ຫຼາຍ​ສັນຍານ​ສະ​ແດງ​ໃຫ້​ເຫັນວ່າ​ບັນດາ​ອົງການ​ກໍ່​ກາ​ນຮ້າຍ​ຄື: IS, al Qaeda ​ແລະ ​ແນວ​ໂຮມ Al – Nursa ພວມ​ມີ​ກົນອຸບາຍ​ບຸກ​ໂຈມ​ຕີ​​ເປົ້າໝາຍຕ່າງໆ​ຢູ່​ຝ່າຍ​ຕາ​ເວັນ​ຕົກ. ກ່ອນ​ໜ້າ​ນັ້ນ, ການ​ນຳ​ອົງການ​ສື​ບລາຊະການ​ລັບ​​ແຫ່ງ​ຊາດ ຝຣັ່ງ, ​ເຊິ່ງ​ແມ່ນ​ປະ​ເທດ​ເປັນ​​ເຈົ້າພາ​ບຈັດ​ຕັ້ງ EURO 2016, ກໍ່​ໄດ້​ກ່າວ​ເຕືອນວ່າ​ບັນດາ​ມື​ປືນ IS ພວມ​ສ​້າງ​ແຜນການ​ວາງ​ລະ​ເບີດ​ກໍ່​ກາ​ນຮ້າຍ​ຢູ່​​ສະຖານ​ທີ່ ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ນີ້, ພິ​ເສດ​ແມ່ນ​ບັນດາ​ສະຖານ​ທີ່​ມີ​ຫຼາຍ​ຄົນ.


ຂ່າວ/ບົດ​ອື່ນ