ສປຊ ກ່າວເຕືອນວ່າມີຊາວໂຊມາລີຢ່າງໜ້ອຍສຸດ 3,5 ລ້ານຄົນຈະປະເຊີນໜ້າກັບວິກິດການດ້ານສະບຽງອາຫານ
(VOVWORLD) -ຫ້ອງການປະສານງານບັນດາບັນຫາດ້ານມະນຸດສະທຳຂອງ ສປຊ (OCHA) ໃນວັນທີ 6 ກໍລະກົດໄດ້ກ່າວເຕືອນວ່າ ມີ ຊາວໂຊມາລີ ຢ່າງໜ້ອຍສຸດ 3,5 ລ້ານຄົນຕ້ອງປະເຊີນໜ້າກັບສະພາບການວິກິດການ ຫຼື ບໍ່ຄ້ຳປະກັນດ້ານສະບຽງອາຫານຢ່າງຮີບດ່ວນໃນໄລຍະແຕ່ເດືອນມິຖຸນາ ຫາເດືອນກັນຍາ 2020.
ເດັກນ້ອຍເປັນໂລກຂາດສານອາຫານພວມປິ່ນປົວຢູ່ສູນການແພດຢູ່ຊານເມືອງMogadishu, Somalia
(ພາບ: AFP/TTXVN)
|
ຕາມບົດລາຍງານຂອງ OCHA, ມີເດັກນ້ອຍໂຊມາລີປະມານ 1ລ້ານຄົນຄາດວ່າ ເປັນໂລກຂາດສານອາຫານ. ມີ 2,6 ລ້ານຄົນຕ້ອງອົບພະຍົບ ແລະ ມີນັກຮຽນເກືອບ 1 ລ້ານຄົນຈະບໍ່ໄດ້ໄປຮຽນຍ້ອນວ່າ ບັນດາໂຮງຮຽນຕອ້ງປິດປະຕູຍ້ອນໂລກລະບາດ Covid -19.
ວິກິດການດ້ານມະນຸດສະທຳຢູ່ໂຊມາລີມີສາຍເຫດຕົ້ນຕໍແມ່ນ ຜົນຮ້າຍຂອງການປ່ຽນແປງດິນຟ້າອາກາດ, ການປະທະກັນທີ່ດຳເນີນມາເປັນເວລາຫຼາຍປີ, ສະພາບການອຶດຫິວທຸກຍາກແຜ່ລາມເປັນວົງກ້ວາງໄດ້ເຮັດໃຫ້ມີ 5,2 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳໃນປີ 2020.