ສປຊ ສະໜັບສະໜູນຄໍາສະເໜີຂອງລັດເຊຍ ກ່ຽວກັບການສ້າງຕັ້ງກົດບັດວ່າດ້ວຍອາດຊະຍາກໍາທາງເຄືອຂ່າຍອິນເຕີແນັດ
(VOVWORLD) - ວັນທີ 27 ທັນວາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາຄໍາສະເໜີຂອງລັດເຊຍ ກ່ຽວກັບການຮຽບຮຽງກົດບັດວ່າດ້ວຍອາດຊະຍາກໍາທາງເຄືອຂ່າຍອິນເຕີແນັດສະບັບໃໝ່.
(ພາບປະກອບ: The Nation) |
ມະຕິດັ່ງກ່າວ ໄດ້ຮັບການສະໜັບສະໜູນຂອງ ຈີນ ດ້ວຍການຄາດຄະເນຈະສ້າງຕັ້ງຄະນະກໍາມະການນັກຊ່ຽວຊານສາກົນໃນປີ 2020. ມະຕິສະບັບດັ່ງກ່າວ ຊີ້ແຈ້ງວ່າ ຄະນະກໍາມະການດັ່ງກ່າວຈະຄົ້ນຄວ້າຮຽບຮຽບ “ກົດບັດສາກົນຮອບດ້ານ ເພື່ອແນໃສ່ສະກັດກັ້ນການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຄອມພິວເຕີ ຮັບໃຊ້ຈຸດປະສົງຂອງອາດຊະຍາກໍາ”.